ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈິມິນ ທີ່ ນະຄອນ Montreuil ປະເທດ ຝະລັ່ງ
ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາວະກາດຢູ່ ປາຣີ, ຕອນເຊົ້າວັນທີ 10 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈິມິນ ໃນສວນສາທາລະນະ Montreau ນະຄອນ Montreuil.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຂອບອົກຂອບໃຈຢ່າງຈິງໃຈທ່ານເຈົ້າຄອງ, ອຳນາດການປົກຄອງ ແລະ ປຊຊ ນະຄອນ Montreuil ຊື່ງຍາມໃດກໍ່ໄດ້ຖືອະນຸສາວະລີປະທານ ໂຮ່ຈິມິນ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກໄດ້ໃນມໍລະດົກວັດທະນະທຂອງທ້ອງຖິ່ນ, ຍາມໃດກໍ່ມີຄວາມສຸດຈິດສຸດໃຈ ເພື່ອອະນຸລັກຮັກສາ ແລະ ພັດທະນາສະຖານທີ່ແຫ່ງນີ້. ທ່ານເຊື່ອໝັ້ນວ່າ ນະຄອນ Montreuil ຈະສືບຕໍ່ເປັນເພື່ອນຮ່ວມເດີນທາງທີ່ໜ້າໄວ້ເນື້ອເຊື່ອໃຈ, ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອແຫ່ງນີ້ຈະເປັນຈຸດພົ້ນເດັ່ນທີ່ສຸດໃນພາບພົດມິດຕະພາບ ຫວຽດນາມ-ຝະລັ່ງ ຕະຫຼອດໄປ.
ຕາງໜ້າອຳນາດການປົກຄອງນະຄອນ Montreuil, ທ່ານເຈົ້າຄອງ Patrice Bessac ໄດ້ເນັ້ນໜັກວ່າ, ນັບແຕ່ດົນນານມາແລ້ວ, Montreuil ແລະ ປຊຊ ຫວຽດນາມ ໄດ້ສະໜິດຕິດພັນດ້ວຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເລິກເຊິ່ງ ແລະ ຈິງໃຈ. ປະທານ ໂຮ່ຈິມິນ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກໄດ້ໃນປະຫວັດສາດຂອງນະຄອນ.






