ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເດີນທາງໄປຮອດ ຊິດນີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອົດສະຕາລີ
ຕອນຄ່ຳວັນທີ 09 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Kingsford-Smith Sydney, ລັດ New South Wales, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອົດສະຕາລີ.
ການຢ້ຽມຢາມທາງລັດຖະກິດ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມໝາຍປະຫວັດສາດສຳຄັນພິເສດ, ດຳເນີນໄປໃນ
ສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຫຼາຍກາລະໂອກາດຮ່ວມມື ແລະ ຂົງເຂດບົ່ມຊ້ອນຮ່ວມມືເປີດກວ້າງ. ຜົນສຳເລັດຂອງການຢ້ຽມຢາມຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອົດສະຕາລີ ໃນໄລຍະຕໍ່ໄປ, ສືບຕໍ່ຢືນຢັນຄຸນຄ່າຍຸດທະສາດຂອງການພົວພັນນີ້ຕໍ່ກັບຜົນປະໂຫຍດອັນຍາວນານຂອງແຕ່ລະປະເທດ, ກໍຄືຕໍ່ກັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.
ຄາດວ່າ, ໃນໄລຍະຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພົບປະໂອ້ລົມກັບບັນດາການນຳ ອົດສະຕາລີ; ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ - ນະວັດຕະກຳ, ການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ Tech Connect; ພົບປະກັບພະນັກງານ, ພາລະກອນສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ...
ເນື່ອງໃນໂອກາດນີ້, ທ່ານ Winston Peters, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ ກໍ່ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.
ຕາມທ່ານລັດຖະມົນຕີ Winston Peters ແລ້ວ, ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນພິເສດ, ແມ່ນໂອກາດເພື່ອໃຫ້ 2 ປະເທດຫັນບັນດາຄຳໝັ້ນສັນຍາດ້ານການທູດໃຫ້ກາຍເປັນການເຄື່ອນໄຫວລະອຽດ. ທ່ານເນັ້ນໜັກວ່າ ໃນໂລກທີ່ນັບມື້ນັບມີການຜັນຜວນຫຼາຍຢ່າງນັ້ນ, ການພົວພັນລະຫວ່າງ ນິວຊີແລນ ແລະ ຫວຽດນາມ ຍິ່ງນັບມື້ນັບສຳຄັນກວ່າ. 2 ປະເທດມີຜົນປະໂຫຍດລວມໃນການຮັກສາສະຖຽນລະພາບຢູ່ພາກພື້ນ, ຫັນການຄ້າເປັນເສລີ, ເຄົາລົບກົດໝາຍສາກົນ ແລະ ປົກປ້ອງລະບົບໂດຍອີງໃສ່ກົດໝາຍ. ສະນັ້ນ, ການຢ້ຽມຢາມນີ້ຈະປະກອບສ່ວນຮັກສາລັກສະນະທີ່ແທດຈິງຂອງການພົວພັນ 2 ຝ່າຍ, ວິໄສທັດມຸ່ງໄປເຖິງອະນາຄົດ ແລະ ສຸມໃສ່ບັນດາໝາກຜົນທີ່ແທ້ຈິງ.






