ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເດີນທາງໄປຮອດ ຊິດນີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອົດສະຕາລີ

ການຢ້ຽມຢາມທາງລັດຖະກິດ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມໝາຍປະຫວັດສາດສຳຄັນພິເສດ, ດຳເນີນໄປໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່

ຕອນ​ຄ່ຳ​ວັນ​ທີ 09 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Kingsford-Smith Sydney, ລັດ New South Wales, ເລີ່ມ​ຕົ້ນ​ການຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ ອົດ​ສະ​ຕາ​ລີ.

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ອົດ​ສະ​ຕາ​ລີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ຄວາ​ມ​ໝາຍ​ປະ​ຫວັດ​ສາ​ດ​ສຳ​ຄັນ​ພິ​ເສດ, ດຳ​ເນີນ​ໄປ​ໃນ​

  ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ໄດ້ເດີນທາງໄປຮອດສະໜາມບິນສາກົນ Kingsford-Smith Sydney, ລັດ New South Wales. (ພາບ: VNA)  

ສະ​ພາບທີ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອົດ​ສະ​ຕາ​ລີ ພວມ​ກ້າວ​ເຂົ້າ​ສ​ູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ຫຼາຍກາ​ລະ​ໂອ​ກາດ​ຮ່ວມ​ມື ແລະ ຂົງ​ເຂດ​ບົ່ມ​ຊ້ອນ​ຮ່ວມ​ມື​ເປີດກວ້າງ​. ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ​ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວພັນ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃນ​ໄລ​ຍະ​ຕໍ່​ໄປ, ສືບ​ຕໍ່​ຢືນ​ຢັນ​ຄຸນ​ຄ່າ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ນີ້​​ຕໍ່ກັບ​ຜົນ​ປະ​ໂຫຍດ​ອັນ​ຍາວ​ນານ​ຂອງ​ແຕ່​ລະ​ປະ​ເທດ, ກໍ​ຄື​ຕໍ່ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.

ຄາດ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ພົບ​ປະ​ໂອ້ລົມ​ກັບ​ບັນ​ດາ​ການ​ນຳ​ ອົດ​ສະ​ຕາ​ລີ; ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ - ນະ​ວັດ​ຕະ​ກຳ, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ Tech Connect; ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ...

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Winston Peters, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ ກໍ່ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ.

ຕາມ​ທ່ານລັດ​ຖະ​ມົນ​ຕີ Winston Peters ແລ້ວ, ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ທູດ​ໃຫ້​​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ລະ​ອຽດ. ທ່ານ​ເນັ້​ນ​ໜັກ​ວ່າ ໃນ​ໂລກ​ທີ່​ນັບ​ມື້​ນັບ​ມີ​ການຜັນຜວນຫຼາຍ​ຢ່າງນັ້ນ, ການ​ພົວ​ພັນ​ລະ​ຫວ່າງ ນິວ​ຊີ​ແລນ ແລະ ຫວຽດ​ນາມ ຍິ່ງນັບມື້ນັບ​ສຳ​ຄັນ​ກວ່າ. 2 ປະ​ເທດ​ມີ​ຜົນ​ປະ​ໂຫຍດ​ລວມ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຫັນ​ການ​ຄ້າ​ເປັນ​ເສ​ລີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ປົກ​ປ້ອງ​ລະ​ບົບ​ໂດຍ​ອີງ​ໃສ່​ກົດ​ໝາຍ. ສະ​ນັ້ນ, ການ​ຢ້ຽມ​ຢາມນີ້​ຈະ​ປະກ​ອບ​ສ່ວນ​ຮັກ​ສາ​ລັກ​ສະ​ນະທີ່​ແທດ​ຈິງ​ຂອງ​ການ​ພົວ​ພັ​ນ 2 ຝ່າຍ, ວິ​ໄສ​ທັດ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ ແລະ ສຸມ​ໃສ່​ບັນ​ດາ​ໝາກ​ຜົນທີ່ແທ້​ຈິງ.


top