• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມ ການເມືອງການທະຫານ ທົ່ວກອງທັບ ປີ 2018

      ປີ 2019 ມີຄວາມໝາຍສໍາຄັນທີີ່ສຸດໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2016 - 2020 ຢ່າງມີໄຊ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN )
      ວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ, ຕີລາຄາໝາກຜົນຂອງການຊີ້ນໍາ, ນໍາພາໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2018 ແລະ ຜັນຂະຫຍາຍໜ້າທີ່ປີ 2019. ກ່າວຄໍາເຫັນຊີ້ນໍາ ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ: ປີ 2019 ມີຄວາມໝາຍສໍາຄັນທີີ່ສຸດໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2016 - 2020 ຢ່າງມີໄຊ; ເປັນປີກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ບັນດາແຜນນະໂຍບາຍ, ນະໂຍບາຍໃໝ່ຂອງພັກ, ລັດ ໃນນັ້ນມີຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຈະໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງເລິກເຊິ່ງ ແລະ ກວ້າງຂວາງ.  ກ່ຽວກັບທິດທາງໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ:
        ເປັນເຈ້ົາການໃນການເປັນເສນາທິການ, ຊີ້ນໍາ ແລະ ເສີມຂະຫຍາຍກໍາລັງແຮງສັງລວມຂອງທົ່ວປະເທດ ເພື່ອກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ; ປະຕິບັດແຜນນະໂຍບາຍໃຫ້ເປັນຢ່າງດີ ສົມທົບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບ ເສດຖະກິດ, ເສດຖະກິດ ກັບ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນໃນບັນດາທິດຍຸດທະສາດ, ບໍລິເວນຈຸດສຸມ, ເຂດຊາຍແດນ, ທະເລໝູ່ເກາະ. ປະຕິບັດວຽກງານສຶກສາທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ, ການເຄື່ອນໄຫວຂອງທົ່ວປວງຊົນ ສໍາລັບໜ້າທີ່ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ. ສົມທົບກັບຕໍາຫຼວດ ແລະ ບັນດາກໍາລັງອື່ນ ໃຫ້ແໜ້ນແຟ້ນ ເພື່ອຕໍ່ສູ້ເຮັດໃຫ້ທຸກກົນອຸບາຍ, ການກະທໍາມ້າງທໍາລາຍ ຂອງບັນດາອິດທິກໍາລັງເປັນປໍລະປັກ, ສັດຕູໃຫ້ປະລາໄຊ; ບໍ່ປະໃຫ້ບັນດາອິດທິກໍາລັງເປັນປໍລະປັກ, ຜູ້ສວຍໃຊ້ໂອກາດ ມ້າງທໍາລາຍ ແລະສົ່ງຜົນກະທົບເຖິງອິດທິພົນຊື່ສຽງ ແລະ ກໍາລັງສູ້ຮົບຂອງກອງທັບ”.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top