• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມຄັ້ງທີ 6 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

ຜັນຂະຫຍາຍໂຄງການປະຕິບັດວຽກງານປີ 2018, ຕອນເຊົ້າວັນທີ 15 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6

 
ທ່ານປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມ

ພາບ:vietnam+

ເພື່ອພິຈາລະນາ, ປຶກສາຫາລື, ໃຫ້ຄຳເຫັນໃສ່ໃບສະເຫນີຂອງຄະນະວຽກງານການເມືອງພາຍໃນສູນກາງກ່ຽວກັບເນື້ອໃນປັບປຸງ, ເພີ່ມເຕີມຂໍ້ກຳນົດກົດລະບຽບການເຮັດວຽກຂອງຄະນະຊີ້ນຳ ອາຍຸການ 2016 – 2021, ບົດລາຍງານຂອງຄະນະພັກການທະຫານສູນກາງກ່ຽວກັບການດັດປັບແຜນຮ່າງ “ປ່ຽນໃຫມ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາອົງການຕຸລາການໃນກອງທັບ”, ໃບສະເຫນີຂອງຄະນະພັກສານປະຊາຊົນສູງສຸດກ່ຽວກັບ “ແຜນຮ່າງ ປ່ຽນໃຫມ່, ເພີ່ມທະວີວຽກງານໄກ່ເກ່ຍ, ການໂອ້ລົມສົນທະນາໃນວິວັດການແກ້ໄຂບັນດາຄະດີແພ່ງ, ຄະດີບໍລິຫານ”. ທ່ານປະທານປະເທດ ເຈີນດ້າຍກວາງ, ຫົວຫນ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເປັນປະທານກອງປະຊຸມ.

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານປະທານປະເທດສະເຫນີ ຄະນະວຽກງານການເມືອງພາຍໃນສູນກາງ ແລະ ບັນດາອົງການກ່ຽວຂ້ອງ ເປັນເຈົ້າການສ້າງແຜນຮ່າງ, ບົດລາຍງານລວບລວມຄຳເຫັນຂອງບັນດາສະມາຊິກຄະນະຊີ້ນຳໃຫ້ຄົບຖ້ວນເພື່ອຄົ້ນຄວ້າ, ປັບປຸງ, ສ້າງເອກະສານໃຫ້ສົມບູນແບບ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top