ຕອນບ່າຍວັນທີ 17 ກໍລະກົດ 2022, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ລາວ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດ ລາວ. ພາບ: ທົງເຍິດ/VNA
ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບທ່ານກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ທ່ານຮອງປະທານປະເທດ ບຸນຍັງ ຈິດມະນີ ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.
ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນ ທີ່ຄະນະ ຜູ້ແທນຂັ້ນສູງພັກ, ລັດ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມການເຄື່ອນໄຫວ ສະເຫຼີມສະຫຼອງ 2 ວັນສຳຄັນຂອງການພົວພັນ ລາວ-ຫວຽດນາມ. ເພິ່ນໄດ້ສົ່ງຄຳອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ບັນດາການນຳຂັ້ນສູງຂອງ ລາວ ມາຍັງທ່ານປະທານປະເທດ ຫງວຽນຊວນຟຸກ. ທ່ານ ບຸນທອງ ຈິດມະນີ ຊົມເຊີຍບັນດາຜົນງານຮອບດ້ານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະທີ່ຜ່ານມາ, ໂດຍສະເພາະ ການຮັບມື ກັບໂລກລະບາດ ໂຄວິດ-19 ຢ່າງມີປະສິດທິຜົນ, ຟື້ນຟູເສດຖະກິດ-ສັງຄົມ ແລະ ສືບຕໍ່ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືວ່າແມ່ນແຫຼ່ງກຳລັງໃຈ, ຊຸກຍູ້ ແລະ ປະສົບການ ສໍາລັບເພື່ອໃຫ້ປະເທດ ລາວ ອ້າງອີງ ແລະ ຮຽນຮູ້; ພ້ອມກັນນັ້ນ, ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກໃນວຽກງານປ່ຽນແປງໃໝ່, ປະຕິບັດບັນດາຈຸດໝາຍຍຸດທະສາດທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກຢ່າງມີໄຊ.
ເນື່ອງໃນໂອກາດນີ້, ຜ່ານທ່ານ ບຸນທອງ ຈິດມະນີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນອັນອົບອຸ່ນ ແລະ ຄວາມອວຍພອນອັນສະໜິດສະໜົມເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ບັນດາການນຳ ແລະ ອະດີດການນຳພັກ ແລະ ລັດ ລາວ.
ປະຕິບັດ: VNA/VNP