ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງປະທານປະເທດ ລາວ

ຕອນບ່າຍວັນທີ 17 ກໍລະກົດ 2022, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ລາວ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຕອນ​ບ່າຍ​ວັນ​ທີ 17 ກໍລະກົດ 2022, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ບຸນ​ທອງ ຈິດ​ມະນີ, ກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳ​ການຄະນະ​ເລຂາທິການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ​ລາວ, ຮອງ​ປະທານ​ປະ​ເທດ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ​ພັກ ແລະ ລັດ ລາວ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

    

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານຮອງປະທານປະເທດ ລາວ. ພາບ: ທົງເຍິດ/VNA

ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບ​ທ່ານ​ກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳການ​ຄະນະ​ເລຂາທິການ, ທ່ານ​ຮອງ​ປະທານ​ປະ​ເທດ ບຸນ​ຍັງ ຈິດ​ມະນີ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ລາວ ມາ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີແຫ່ງວັນ​ເຊັນ​ສົນທິສັນຍາ ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ. 

ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນ ທີ່ຄະນະ ຜູ້ແທນຂັ້ນສູງພັກ, ລັດ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມການເຄື່ອນໄຫວ ສະເຫຼີມສະຫຼອງ 2 ວັນສຳຄັນຂອງການພົວພັນ ລາວ-ຫວຽດນາມ. ​ ເພິ່ນໄດ້​ສົ່ງ​ຄຳ​ອວຍ​ພອນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ ລາວ ມາ​ຍັງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ. ທ່ານ ບຸນທອງ ຈິດມະນີ ຊົມເຊີຍບັນດາຜົນງານຮອບດ້ານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະທີ່ຜ່ານມາ, ໂດຍສະເພາະ ການຮັບມື ກັບໂລກລະບາດ ໂຄວິດ-19 ຢ່າງມີປະສິດທິຜົນ, ຟື້ນຟູເສດຖະກິດ-ສັງຄົມ ແລະ ສືບຕໍ່ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືວ່າແມ່ນແຫຼ່ງກຳລັງໃຈ, ຊຸກຍູ້ ແລະ ປະສົບການ ສໍາລັບເພື່ອໃຫ້ປະເທດ ລາວ ອ້າງອີງ ແລະ ຮຽນຮູ້; ພ້ອມ​ກັນ​ນັ້ນ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ວຽກ​ງານ​ປ່ຽນແປງໃໝ່, ປະຕິບັດ​ບັນດາ​ຈຸດໝາຍ​ຍຸດ​ທະ​ສາດ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ວາງ​ອອກຢ່າງມີໄຊ.

ເນື່ອງ​ໃນ​ໂອກາດ​ນີ້, ຜ່ານ​ທ່ານ ບຸນ​ທອງ ຈິດ​ມະນີ, ທ່ານປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ອົບ​ອຸ່ນ ​ແລະ ຄວາມ​ອວຍພອນ​ອັນ​ສະໜິດສະໜົມ​ເຖິງ​ ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ, ບັນດາການນຳ ​ແລະ ອະດີດ​ການ​ນຳ​ພັກ ​ແລະ ລັດ ​ລາວ.

ປະຕິບັດ: VNA/VNP 


top