• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສອງຝ່າຍຢູ່ Hamburg

      ຕອນບ່າຍວັນທີ 7 ກໍລະກົດ, ຢູ່ນອກກອງປະຊຸມສຸດຍອດ  G20 ຢູ່  Hamburg ປະເທດ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະຢ່າງເປັນທາງການກັບ ທ່ານ Moon Jae in ປະທານາທິບໍດີ ສ.ເກົາຫລີ ແລະ ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ .

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບ
ທ່ານນາງAngela Merkel ນາຍົກລັດຖະມົນຕີ ເຢຍລະມັນ 
      ທີ່ການພົບປະກັບທ່ານ Moon Jae in ປະທານາທິບໍດີ ສ.ເກົາຫລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສເກົາຫລີ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງຄື: ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ສິນທະເລ, ສົມທົບຢ່າງແຫນ້ນແຟ້ນກັບຫວຽດນາມ ຜັນຂະຫຍາຍປະສິດທິຜົນສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ. ທີ່ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ, ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ ຢືນຢັນ: ອົດສະຕາລີ ປາດຖະຫນາຢາກຍົກການພົວພັນກັບຫວຽດນາມຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ເມື່ອເວົ້າເຖິງບັນຫາທະເລຕາເວັນອອກ, ບັນດາການນຳ ອົດສະຕາລີ ແລະ ສເກົາຫລີ ລ້ວນແຕ່ແບ່ງບັນທັດສະນະກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.
      ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ພົບປະ ແລະ ແລກປ່ຽນຄຳເຫັນກັບປະທານາທິບໍດີ ຕວກກີ, ປະທານາທິບໍດີ ເຊເນການ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ການາດາ. 
(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top