ຕອນເຊົ້າວັນທີ 19 ມິຖຸນາ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ແລະ ມີບັນດາການເຄື່ອນໄຫວ 2 ຝ່າຍຢູ່ນະຄອນ Kazan, ສ. Tatarstan, ສະຫະພັນ ລັດເຊຍ ແຕ່ວັນທີ 16 – 18 ມິຖຸນາ, ຕາມຄຳເຊີນຂອງທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ.
ການໄປປະຕິບັດງານຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃນຖານະຕຳແໜ່ງໃໝ່ຢູ່ ສະຫະພັນ ລັດເຊຍ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ສືບຕໍ່ຢືນຢັນແນວທາງການຕ່າງປະເທດຂອງພັກ, ລັດ; ຢືນຢັນທີ່ຕັ້ງບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ, ເສີມຂະຫຍາຍບົດບາດເປັນ “ຂົວເຊື່ອມຕໍ່” ຂອງ ຫວຽດນາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ໃຫ້ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ, ສົມກັບຄວາມສາມາດບົ່ມຊ້ອນ ແລະ ມີບາດກ້າວໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ.
ການໄປປະຕິບັດງານນີ້ກໍ່ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ ເພື່ອແນໃສ່ຍົກລະດັບບັນດາຂົງເຂດຮ່ວມມື 2 ຝ່າຍ ຫວຽດນາມ - ລັດເຊຍ ຢ່າງຮອບດ້ານ.






