ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສິ້ນສຸດການໄປປະຕິບັດງານຢູ່ ລັດເຊຍ ຢ່າງຈົບງາມ

ການໄປປະຕິບັດງານຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃນຖານະຕຳແໜ່ງໃໝ່ຢູ່ ສະຫະພັນ ລັດເຊຍ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ສືບຕໍ່ຢືນຢັນແນວທາງການຕ່າງປະເທດຂອງພັກ, ລັດ
(ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ)

ຕອນ​ເຊົ້າ​ວັນ​ທີ 19 ມິ​ຖຸ​ນາ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽ​ດ​ນາມ ໄດ້ເດີນ​ທາງ​ກັບ​​ເມືອ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫ​ຼີມ​ສະ​ຫຼອງ 35 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ອ​າ​ຊຽນ - ລັດ​ເຊຍ ແລະ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ 2 ຝ່າຍ​ຢູ່​ນະ​ຄອນ Kazan, ສ. Tatarstan, ສະ​ຫະ​ພັນ ລັ​ດ​ເຊຍ ແຕ່​ວັນ​ທີ 16 – 18 ມິ​ຖຸ​ນາ, ຕາມ​ຄຳ​ເຊີນ​ຂອງ​ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ.

ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່ຢູ່ ສະ​ຫະ​ພັນ ລັດ​ເຊຍ ໄດ້​ບັນ​ລຸ​ຜົ​ນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ສືບ​ຕໍ່​ຢືນ​ຢັນ​ແນວ​ທາງ​ກາ​ນ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ; ຢືນ​ຢັນ​ທີ່​ຕັ້ງ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໃນ ອາ​ຊຽນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ລັດ​ເຊຍ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ “ຂົ​ວ​ເຊື່ອມ​ຕໍ່” ຂອງ ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ ໃຫ້​ພັດ​ທະ​ນາ​ຢ່າງ​ແທ​້​ຈິງ, ມີ​ປະ​ສິດ​ທິ​ຜົນ, ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີບາດ​ກ້າວ​ໃໝ່ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ.

ການ​ໄປ​ປະ​ຕິ​ບັດ​ງານນີ້ກໍ່​ສືບ​ຕໍ່​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ ທ່ານ ໂຕ​ເລິ​ມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ ເພື່ອ​ແນ​ໃສ່​ຍົກ​ລະ​ດັບ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ລັດ​ເຊຍ ຢ່າງ​ຮອບ​ດ້ານ.


top