• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ

“ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ລຸລ່ວງຂອງລັດຖະບານຫວຽດນາມ”. 


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ  Hiroyuki Ishige ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ

(ພາບ: Lam Khanh/TTXVN)

ນີ້ແມ່ນຄໍາຢັ້ງຢືນຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ທີ່ການຕ້ອນຮັບທ່ານ  Hiroyuki Ishige ປະທານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO). ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປັບປຸງລະບອບກົດໝາຍ, ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ; ພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນປະຕິບັດການຫຼຸດຜ່ອນ ລະບຽບການບໍລິຫານໃນບັນດາຂົງເຂດ   ພາສີ, ອາກອນ, ປະກັນສັງຄົມ ... ຢ່າງຂ້ຽວຂາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ໃນໄລຍະຈະມາເຖິງ, ຍີ່ປຸ່ນຈະບືນຕົວຂຶ້ນ ເປັນປະເທດນໍາໜ້າ ກ່ຽວກັບການລົງທຶນ FDI, ການທ່ອງທ່ຽວ ຢູ່ ຫວຽດນາມ; ພ້ອມທັງປາດຖະໜາວ່າ ບັນດາວິສາຫະກິດ ຍີ່ປຸ່ນ ຈະສຸມໃສ່ລົງທຶນເຂົ້າຫວຽດນາມໃນບັນດາຂົງເຂດ ພັດທະນາພື້ນຖານໂຄງລ່າງ, ພະລັງງານສະອາດ, ອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາເອເລັກໂຕນິກ ແລະ ອື່ນໆ.

        ສ່ວນ ທ່ານ Hiroyuki Ishige ກໍປາດຖະໜາວ່່າ ຫວຽດນາມ ແລະ ຍີ່ປຸ່ນ ນໍາໜ້າໃນການປະຕິບັດສັນຍາ CPTPP  ແລະຫວັງວ່າ, ສັນຍາສະບັບດັ່ງກ່າວ ຈະໄດ້ນໍາເຂົ້າຜັນຂະຫຍາຍໂດຍໄວ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ບັນດາຝ່າຍ. ບັນດາວິສາຫະກິດຍີ່ປຸ່່ນ ມີຄວາມສົນໃຈ ເຖິງຕະຫຼາດຂອງຫວຽດນາມ ທີ່ສຸດ, ຫວັງວ່າ ລັດຖະບານ ແລະ ນາຍົກລັດຖະມົນຕີຫວຽດນາມ ຈະຕັ້ງໜ້າຊີ້ນໍາ, ບໍລິຫານ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ຢ່າງແຮງ. 

(ແຫຼ່ງຄັດຈາກ VOV)


ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top