• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາເສດຖະກິດ ແລະ ການຫັນເປັນດີຈີຕອນ

      ຕອນເຊົ້າວັນທີ 24 ພະຈິກ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການພົບປະ, ເຮັດວຽກກັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງ ຍີ່ປຸ່ນ ໃນຂົງເຂດຫັນເປັນດີຈີຕອນ ແລະ ແຈ້ງໃຫ້ຊາບກ່ຽວກັບຂະບວນວິວັດຫັນເປັນດີຈີຕອນຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະ, ເຮັດວຽກກັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງ
ຍີ່ປຸ່ນ ໃນຂົງເຂດຫັນເປັນດີຈີຕອນ (ພາບ: TTXVN)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ດຳເນີນການຫັນເປັນດີຈີຕອນຕາມວິທີການສຳຜັດສັງລວມ, ເຊື່ອມຕໍ່ ແລະ ຍູ້ແຮງການຮ່ວມມືພາກລັດ ກັບ ພາກເອກະຊົນ. ປັດຈຸບັນ, ຫວຽດນາມ ມີທ່າແຮງໃນການພັດທະນາເສດຖະກິດ ແລະ ຫັນເປັນດີຈີຕອນ ແລະ ຄວາມສາມາດຂອງ ຫວຽດນາມ ໃນການປັບຕົວ ກໍຄື ຮັບເອົາທ່າອ່ຽງພັດທະນາທີ່ໃຫຍ່ໃນໂລກ, ລວມທັງເຕັກໂນໂລຢີດີຈີຕອນ, ຫັນເປັນດີຈີຕອນແມ່ນຈະແຈ້ງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ມີໂຄງການຫັນເປັນດີຈີຕອນລະດັບຊາດຮອດປີ 2025 ແລະ ກຳນົດທິດຮອດປີ 2030, ດ້ວຍ 3 ເສົາຄ້ຳຄື ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ໃນວິວັດການນັ້ນ, ຫວຽດນາມ ໄດ້ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ ແລະ ຫວຽດນາມ ພວມມີໂຄງສ້າງປະຊາກອນທີ່ດີທີ່ສຸດ ດ້ວຍກຳລັງແຮງງານໜຸ່ມທີ່ຫຼວງຫຼາຍ, ມີໄຫວພິບ ແລະ ເຕັມໄປດ້ວຍກຳລັງບົ່ມຊ້ອນເພື່ອປະຕິບັດການຫັນເປັນດີຈີຕອນ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະຕິບັດສຳເລັດລະບອບລະບຽບການຫັນເປັນດີຈີຕອນ, ຫວຽດນາມ ກໍຈະຈັດແບ່ງແຫຼ່ງກຳລັງດ້ານການເງິນໃຫ້ແກ່ການຫັນເປັນດີຈີຕອນ; ລົງທຶນກ່ຽວກັບເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດບໍລິຫານແຫ່ງຊາດຢ່າງເໝາະສົມ, ມີປະສິດທິຜົນ ແລະ ວິທະຍາສາດ. 
 (ແຫຼ່ງຄັດຈາກ VOV)

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top