• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານດິງເທຮິງຜູ້ປະຈຳຄະນະເລຂາຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນກຳປູເຈຍ


ທ່ານດິງເທຮິງຕ້ອນຮັບ ທ່ານ Mam Sarin ຫົວໜ້າ
ຫ້ອງວ່າການສູນກາງພັກປະຊາຊົນກຳປູເຈຍ
(ພາບ: TTXVN)

      ທີ່​ການ​ຕ້ອນຮັບຄະນະ​ເລຂາຕ້ອນຮັບຫົວ​ໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ປະຊາຊົນ​ ກຳປູ​ເຈຍ ໃນ​ຕອນ​ບ່າຍ​ວັນ​ທີ 26/12 ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ດິງ​ເທ​ຮິງ ຜູ້​ປະຈຳ​ຄະນະ​ເລຂາ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ນຳ​​ເອົາຜົນ​ປະ​ໂຫຍ​ດ​ແທດ​ຈິງ​​ມາໃຫ້​ປະຊາຊົນ​ແຕ່ລະ​ປະ​ເທດ; ຢືນຢັນ​ວ່າ ​ບໍ່ວ່າໃນ​ສະພາບ​ການ​​ໃດໆ, ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ພັກ​ປະຊາຊົນ ກຳປູ​ເຈຍ ​ແລະ ປະຊາຊົນ ກຳປູ​ເຈຍ ອ້າຍ​ນ້ອງ ​ເພີ່ມ​ພູນຄູນ​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ໝັ້ນ​ຄົງ​ຍາວ​ນານ ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ກ່ວາ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ ດິງ​ເທ​ຮິງ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຫ້ອງ​ວ່າການ​ສູນ​ກາງຂອງ 2 ພັກ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງຕົນ ​ແມ່ນ​ອົງການ​ສຳນັກງານ​ເສນາ​ທິການ​ຂອງ​ການ​ນຳ​ພັກ, ​ເພີ່ມ​ທະວີ​ການ​ຮ່ວມມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ, ສົມທົບ​ບັນດາ​ມາດ​ຕະການ​ລະອຽດ​ຢ່າງ​ແໜ້ນ​ແຟ້ນ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ກວດກາ, ກະຕຸກ​ຊຸກຍູ້​ເລື່ອງ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ 2 ພັກ, 2 ລັດ; ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວທີ່​ຈະ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ບຳລຸງ​ສ້າງ​ພະນັກງານ​ກັບ​ພັກ​ປະຊາຊົນ ກຳປູ​ເຈຍ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top