ຂ່າວສານ
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ເຈລະຈາ ກັບ ທ່ານ ປະທານາທິບໍດີ ອາເມລິກາ Donald Trump.
ການເຈລະຈາ ລະຫວ່າງ ຫວຽດນາມ ແລະ ອາເມລິກາ.
ກ່ອນໜ້ານັ້ນ, ທ່ານ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມການເຈລະຈາກັບ ທ່ານ Donald Trump, ເນື່ອງໃນໂອກາດ ມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ່ ສອງ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຢັ້ງຢືນວ່າ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ , ລະບອບການເມືອງຂອງກັນ, ກໍ່ຄືຢັ້ງຢືນວ່າແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນນະໂຍບາຍການຕ່າງປະເທດຂອງພັກ, ລັດ ຫວຽດນາມ ແມ່ນ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ, ກໍ່ຄືບົດບາດຂອງ ຫວຽດນາມ ໃນພາກພື້ນ ອາຊີ - ປາຊີຟິກ; ທ່ານຍັງເນັ້ນໜັ້ກວ່າ ອາເມລິກາ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຢ່າງແທດຈິງ ແລະ ມີປະສິດທະຜົນຍິ່ງກ່ວາອີກ ໃນໄລຍະຈະມາເຖິງ.
ຜູ້ນຳທັງສອງປະເທດເຫັນດີເປັນເອກະພາບກ່ຽວກັບເລື່ອງສອງປະເທດຄວນຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກສົນທະນາທີ່ພວມມີຢູ່ແລ້ວ, ສະໜັບສະໜູນເລື່ອງສອງປະເທດຈະສືບຕໍ່ການຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຂອບໃຈ ແລະ ຕີລາຄາສູງຄວາມເປັນເຈົ້າການ ແລະ ເຈດຕະນາດີ ຂອງ ຫວຽດນາມໃນການສະໜອງສະຖານທີໃຫ້ແກ່ການພົບປະສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຮັກສາບົດບາດທີ່ຕັ້ງໜ້າຢູ່ພາກພື້ນ ອີນເດຍ - ປາຊີຟິກເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນທີ່ສຳຄັນນີ້.
(ແຫຼ່ງຄັດຈາກ VOV)