ຂ່າວສານ

ທ່ານ ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວ​ຽນ​ຟູ​ຈ້ອງ ເຈ​ລະ​ຈາ ກັບ ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump.

ຕອນທ່ຽງວັນທີ 27 ກຸມພາ, ຢູ່ ສຳນັກງານປະທານປະເທດ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເປັນສັກຂິພະຍານ ໃນພິທີລົງນານເອກະສານການຮ່ວມມືລະຫວ່າງສອງປະເທດ 4 ສະບັບ ລວມມູນຄ່າປະມານ 21 ຕື້ USD.

ການເຈລະຈາ ລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ກ່ອນໜ້ານັ້ນ, ທ່ານ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມການເຈລະຈາກັບ ທ່ານ Donald Trump, ເນື່ອງໃນໂອກາດ ມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ່ ສອງ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ.

        ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຢັ້ງຢືນວ່າ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ , ລະບອບການເມືອງຂອງກັນ, ກໍ່ຄືຢັ້ງຢືນວ່າແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນນະໂຍບາຍການຕ່າງປະເທດຂອງພັກ, ລັດ ຫວຽດນາມ ແມ່ນ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ, ກໍ່ຄືບົດບາດຂອງ ຫວຽດນາມ ໃນພາກພື້ນ ອາຊີ - ປາຊີຟິກ; ທ່ານຍັງເນັ້ນໜັ້ກວ່າ ອາເມລິກາ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຢ່າງແທດຈິງ ແລະ ມີປະສິດທະຜົນຍິ່ງກ່ວາອີກ ໃນໄລຍະຈະມາເຖິງ.

ຜູ້ນຳທັງສອງປະເທດເຫັນດີເປັນເອກະພາບກ່ຽວກັບເລື່ອງສອງປະເທດຄວນຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກສົນທະນາທີ່ພວມມີຢູ່ແລ້ວ, ສະໜັບສະໜູນເລື່ອງສອງປະເທດຈະສືບຕໍ່ການຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

 ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຂອບໃຈ ແລະ ຕີລາຄາສູງຄວາມເປັນເຈົ້າການ ແລະ ເຈດຕະນາດີ ຂອງ ຫວຽດນາມໃນການສະໜອງສະຖານທີໃຫ້ແກ່ການພົບປະສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຮັກສາບົດບາດທີ່ຕັ້ງໜ້າຢູ່ພາກພື້ນ ອີນເດຍ - ປາຊີຟິກເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນທີ່ສຳຄັນນີ້.

(ແຫຼ່ງຄັດຈາກ VOV)



top