• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກ ມີຜູ້ເສຍຊີວິດກ່ວາ 4 ລ້ານຄົນຍ້ອນໂລກລະບາດໂຄວິດ - 19

      ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 19 ໂມງຂອງວັນທີ 5 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 6 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 277 ຄົນຢູ່ 7 ທ້ອງຖິ່ນ, ໃນນັ້ນນະຄອນໂຮ່ຈີມິນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 230 ຄົນ.
ພາບປະກອບ: TTXVN
      ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງຕອນເຊົ້າວັນທີ 6 ກໍລະກົດ (ຕາມເວລາ UTC), ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກ ໄດ້ລື່ນກາຍຕົວເລກ 4 ລ້ານຄົນ, ໃນຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 185 ລ້ານຄົນ. ໃນນັ້ນ, ອາເມລິກາມີຜູ້ເສຍຊີວິດກວມເອົາ 1/6 ຈຳນວນຜູ້ເສຍຊີວິດໃນທົ່ວໂລກ,  ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ. ປັດຈຸບັນ, ອາຊີແມ່ນພາກພື້ນທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍຈຳນວນເກືອບ 56,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 803.000 ຄົນ.
        ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 19 ໂມງຂອງວັນທີ 5 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 6 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 277 ຄົນຢູ່ 7 ທ້ອງຖິ່ນ, ໃນນັ້ນນະຄອນໂຮ່ຈີມິນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 230 ຄົນ. ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 21.312 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 8.022 ຄົນ, ມີຜູ້ເສຍຊີວິດ 90 ຄົນ. ມາຮອດປັດຈຸບັນ, ຫວຽດນາມໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 3,9 ລ້ານໂດສ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top