ຂ່າວສານ
ຕະຫຼາດຫຼັກຊັບ ຫວຽດນາມ ໄດ້ຍົກລະດັບຂຶ້ນເປັນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງຢ່າງເປັນທາງການ
ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບ FTSE Russell ຈັດກອງປະຊຸມ “ຫວຽດນາມ ເຂົ້າຮ່ວມບ້ວງດັດຊະນີທົ່ວໂລກ ຢ່າງເປັນທາງການ ” FTSE Russell Global Equity Index Series” (FTSE GEIS). ກອງປະຊຸມໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍສຳຄັນພິເສດສຳລັບຕະຫຼາດຫຼັກຊັບ ຫວຽດນາມ, ກ່ອນວັນຍົກລະດັບຈາກຕະຫຼາດຊາຍຂອບ ຂຶ້ນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງຢ່າງເປັນທາງການ ຕາມການຈັດແບ່ງຂອງ FTSE Russell ທີ່ຈະມີຜົນສັກສິດແຕ່ວັນທີ 21 ກັນຍາ 2026.
ກອງປະຊຸມໄດ້ຈັດຂຶ້ນເພື່ອແຈ້ງຂ່າວກ່ຽວກັບເລື່ອງຕະຫຼາດຫຼັກຊັບ ຫວຽດນາມ ໄດ້ເລື່ອນຂຶ້ນລະດັບກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນຕາມການຈັດແບ່ງຂອງ FTSE Russell ຢ່າງເປັນທາງການ, ພ້ອມທັງສ້າງເວທີປາໄສເພື່ອໃຫ້ບັນດາອົງການຄຸ້ມຄອງບໍລິຫານ, ອົງການຈັດຕັ້ງສາກົນ, ກົນໄກການເງິນ ແລະ ປະຊາຄົມລົງທຶນ ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້, ຄວາມໝາຍຂອງການຍົກລະດັບ, ການກຳນົດທິດທາງພັດທະນາ ແລະ ບັນດາມາດຕະການໃນໄລຍະຕໍ່ໄປ. ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມຂອງກອງປະຊຸມ “ຫວຽດນາມ ເຂົ້າຮ່ວມບ້ວງດັດຊະນີທົ່ວໂລກ ຢ່າງເປັນທາງການ” - FTSE Russell Global Equity Index Series” (FTSE GEIS) ແມ່ນພິທີຕີກ້ອງສ້າງຂີດໝາຍ ຫວຽດນາມ ເຂົ້າຮ່ວມບ້ວງດັດຊະນີຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນຂອງ FTSE GEIS ຢ່າງເປັນທາງການ.






