ຂ່າວສານ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.
  ທ່ານ​ນາງ Fiona Bassett, ຜູ້​ອຳ​ນວຍ​ການ​ໃຫຍ່ຝ່າຍ​ບໍ​ລິ​ຫານ ອົງ​ການ ກ່າວ​ຄຳ​ເຫັນ (ພາບ: VNA)  

ວັນ​ທີ 18 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ເງິນ ຫວຽດນາມ ໄດ້​ສົມ​ທົບ​ກັບ FTSE Russell ຈັດກອງ​ປະ​ຊຸມ “ຫວຽດ​ນາມ ​​ເຂົ້າ​ຮ່ວມ​ບ້ວງ​ດັດ​ຊະ​ນີ​ທົ່ວ​ໂລກ ຢ່າງ​ເປັນ​ທາງ​ການ ” FTSE Russell Global Equity Index Series” (FTSE GEIS). ກອ​ງ​ປະ​ຊຸມ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວ​ລາທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ, ກ່ອນ​ວັນ​ຍົກ​ລະ​ດັບຈາກ​ຕະຫຼາດ​ຊາຍຂອບ ຂຶ້ນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຂັ້ນສອງຢ່າງ​ເປັນ​ທາງ​ການ ຕາມ​ການ​ຈັດ​ແບ່ງ​ຂອງ FTSE Russell ທີ່ຈະ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 21 ກັນ​ຍາ 2026.

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ, ພ້ອມ​ທັງ​ສ້າງ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ກົນ​ໄກ​ການ​ເງິນ ແລະ ປະ​ຊາ​ຄົມ​ລົງ​ທຶນ ​ແລກ​ປ່ຽນ​ກ່ຽວ​ກັບ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຄວາມ​ໝາຍ​ຂອງການ​ຍົກ​ລະ​ດັບ, ການກຳນົດທິດ​ທາງ​ພັດ​ທະ​ນາ ແລະ ບັນ​ດາ​ມາດ​ຕະ​ການ​ໃນ​ໄລ​ຍະ​ຕໍ່​ໄປ. ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂອງກອງ​ປະ​ຊຸມ “ຫວຽດ​ນາມ ​​ເຂົ້າ​ຮ່ວມ​ບ້ວງ​ດັດ​ຊະ​ນີ​ທົ່ວ​ໂລກ ຢ່າງ​ເປັນ​ທາງ​ການ” - FTSE Russell Global Equity Index Series” (FTSE GEIS) ແມ່ນ​ພິ​ທີ​ຕີ​ກ້ອງ​ສ້າງ​ຂີດ​ໝາຍ ຫວຽດ​ນາມ​ ເຂົ້າ​ຮ່ວມ​ບ້ວງ​ດັດ​ຊະ​ນີ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຂອງ FTSE GEIS ຢ່າງ​ເປັນ​ທາງ​ການ.


top