• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງ​ຍໍຊົ​ມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ 10 ຄົນ​​ ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານພະຍາດ​ໂຄ​ວິດ-19

ຕອນຄ່ຳວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມທ່ານໝໍໜຸ່ມ ຫວຽດນາມ ແລະ ຄະນະຊາວໜຸ່ມ ຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍ ທ່ານໝໍໜຸ່ມ ຫວຽດນາມດີເດັ່ນປີ 2021 ດ້ວຍຫົວຂໍ້ວ່າ “ທ່ານໝໍໜຸ່ມບົນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19”.
  ພິທີ ຍ້ອງຍໍຊົມເຊີຍທ່ານໝໍໜຸ່ມ 10 ຄົນ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 (ພາບ:TTXVN)  

 ທ່ານໝໍໜຸ່ມດີເດັ່ນຫວຽດນາມ 10 ຄົນ ໃນປີ 2021 ທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ໃນໂຄງການແມ່ນແພດໝໍທີ່ຕາງໜ້າໃຫ້ທ່ານໝໍໜຸ່ມນັບໝື່ນຄົນ ທີ່ໄດ້ມານະພະຍາຍາມອຸທິດສ່ວນ, ເສຍສະຫຼະ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ຊ້ຳບໍ່ໜຳແມ່ນຄວາມສ່ຽງຕໍ່ຊີວິດຂອງຕົນ, ເພື່ອຟື້ນຟູສຸຂະພາບ ແລະ ກູ້ເອົາຊີວິດໃຫ້ແກ່ຄົນເຈັບໃນໄລຍະທີ່ຜ່ານມາ. ກ່າວຄຳເຫັນທີ່ນີ້, ທ່ານ ຫງວຽນຈ້ອງເງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ປາດຖະໜາວ່າ ບັນດາແພດໝໍໜຸ່ມ ຈະສືບຕໍ່ເຜີຍແຜ່ນ້ຳໃຈຄວາມມານະພະຍາຍາມ, ຄວາມກະຕືລືລົ້ນຂອງແພດໝໍໜຸ່ມໃນການເບິ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ, ວຽກງານຄົ້ນຄວ້າວິທະຍາສາດ, ອາສາສະໝັກເພື່ອສຸຂະພາບຂອງປະຊາຄົມ, ເປັນຕົ້ນແມ່ນການເຂົ້າຮ່ວມປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19. ທ່ານກ່າວວ່າ:

ຂ້າພະເຈົ້າຫວັງວ່າ ບັນດາທ່ານໝໍໜຸ່ມຕ້ອງເປັນຜູ້ນຳໜ້າໃນການນຳໃຊ້ການຫັນເປັນດິຈິຕອນໃນການກວດກາ, ການປິ່ນປົວ ແລະ ການເບິ່ງແຍງດູແລຄົນເຈັບ; ເປັນເຈົ້າການຕັ້ງໜ້າໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມື, ພິເສດແມ່ນການຮ່ວມມືສາກົນ, ປະກອບສ່ວນຍົກສູງກຳລັງຄວາມສາມາດດ້ານວິຊາຊີບຂອງບັນດາສະມາຊິກສະມາຄົມແພດໝໍຫນຸ່ມ, ປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານການແພດຂອງ ຫວຽດນາມບົນຫຼັກການວິທະຍາສາດ - ປະເທດຊາດ - ມະຫາຊົນ ແລະ ການເຊື່ອມໂຍງ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top