ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ຕອນເຊົ້າວັນທີ 10 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Fujita Fumitake ປະທານພັກປະຕິຮູບ (Nippon Ishin Nokai) ຍີ່ປຸ່ນ. ທ່ານ ໂຕເລິມ ສະເໜີທ່ານ Fujita Fumitake ສືບຕໍ່ ສະໜັບສະໜູນ, ຊຸກຍູ້ນຳການພົວພັນສອງປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່; ຍູ້ແຮງການພົວພັນພົບປະແລກປ່ຽນ, ຮ່ວມມືລະຫວ່າງພັກ ປະຕິວັດ ຍີ່ປຸ່ນ ກັບ ຫວຽດນາມ ໃຫ້ຫຼາຍກວ່າອີກ.
ຕອນເຊົ້າມື້ນີ້, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Ishiba Shigeru ອະດີດນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ Kishida Fumio ອະດີດນາຍົກລັດຖະມົນຕີຍີ່ປຸ່ນ; ທ່ານ Aso Taro ອະດີດນາຍົກລັດຖະມົນຕີຍີ່ປຸ່ນ;ອະດີດຮອງປະທານພັກປະຊາທິປະໄຕເສລີ (LDP), ທ່ານເລຂາທິການໃຫຍ່, ປະທານປະເທດ ປາດຖະໜາວ່າ ບັນດາອະດີດການນຳ ຍີ່ປຸ່ນສືບຕໍ່ສະໜັບສະໜູນຍົກລະດັບການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ຂຶ້ນຕາມເນື້ອໃນຈິດໃຈຖະແຫຼງການວິໄສທັດຮ່ວມ ຫວຽດນາມ - ຍີ່ປຸ່ນ ໂດຍການນຳສອງປະເທດຫາກໍຮັບຮອງເອົາ.
ທີ່ການຕ້ອນຮັບທ່ານ Shii Kazuo, ປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ, ທ່ານ ໂຕເລິມ ເນັ້ນໜັກ ຫວຽດນາມ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນອັນດີງາມກັບ ຍີ່ປຸ່ນ, ສືບຕໍ່ຮັກສາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ; ປາດຖະໜາຢາກໃຫ້ ສອງພັກສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຂອງພັກການເມືອງ, ສືບຕໍ່ຜັນຂະຫຍາຍການແລກປ່ຽນທິດສະດີເປັນປະຈຳ ຢ່າງມີປະສິດທິຜົນ; ປາດຖະໜາວ່າ ພັກກອມມູນິດ ຍີ່ປຸ່ນ ໃຫ້ທິດຊີ້ນຳຕໍ່ລັດຖະບານຍີ່ປຸ່ນ ສ້າງເງື່ອນໄຂສ້າງສະພາບແວດລ້ອມແຫ່ງການເຮັດວຽກທີ່ມີຄວາມສະເໝີພາບ, ສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ທີ່ພວມເຮັດວຽກຢູ່ຍີ່ປຸ່ນ.






