ຂ່າວສານ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.
  ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ Fujita Fumitake ປະ​ທານ​ພັກປະ​ຕິ​ຮູບ (Nippon Ishin Nokai) ຍີ່​ປຸ່ນ (ພາບ: VNA)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ ໂຕ​ກຽວ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ Fujita Fumitake ປະ​ທານ​ພັກປະ​ຕິ​ຮູບ (Nippon Ishin Nokai) ຍີ່​ປຸ່ນ. ​​ທ່ານ ໂຕ​ເລິມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

ຕອນ​ເຊົ້າ​ມື້​ນີ້, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Ishiba Shigeru ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນຕີ​ຍີ່​ປຸ່ນ, ​ທ່ານ Kishida Fumio ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນຕີ​ຍີ່​ປຸ່ນ; ທ່ານ Aso Taro ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນຕີ​ຍີ່​ປຸ່ນ;ອະ​ດີດ​ຮອງ​ປະ​ທານ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ (LDP), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ ​ບັນ​ດາ​ອະ​ດີດ​ການ​ນຳ ຍີ່​ປຸ່ນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຍົກ​ລະ​ດັບ​ການ​ພົວ​ພັນ ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຍີ່​ປຸ່ນ ຂຶ້ນຕາມ​ເນື້ອ​ໃນຈິດ​ໃຈ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ຍີ່​ປຸ່ນ ໂດຍ​ການ​ນ​ຳ​ສອງ​ປະ​ເທດ​ຫາ​ກໍ​ຮັບ​ຮອງ​ເອົາ.

ທີ່​ການ​ຕ້ອນ​ຮັບ​ທ່ານ Shii Kazuo, ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຍີ່​ປຸ່ນ, ທ່ານ ໂຕ​ເລິມ ເນັ້ນ​ໜັກ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ ຍີ່​ປຸ່ນ, ສືບ​ຕໍ່​ຮັກ​ສາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ; ປາດ​ຖະ​ໜາ​ຢາກ​ໃຫ້ ສອງ​ພັກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຂອງ​ພັກ​ການ​ເມືອງ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​​ການ​ແລກ​ປ່ຽນ​ທິດ​ສະ​ດີ​ເປັນ​ປະ​ຈຳ ຢ່າງ​ມີ​ປະ​ສິດ​ທິ​ຜົນ; ປາດ​ຖະ​ໜາ​ວ່າ ​ພັກ​ກອມ​ມູ​ນິດ ຍີ່​ປຸ່ນ ​ໃຫ້​ທິດ​ຊີ້​ນຳ​ຕໍ່​ລັດ​ຖະ​ບານ​ຍີ່​ປຸ່ນ ສ້າງ​ເງື່ອນ​ໄຂ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ​ທີ່​ມີ​ຄວາມ​ສະ​ເໝີ​ພາບ, ສະ​ດວກ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມ ​ທີ່ພວມ​ເຮັດ​ວຽກ​ຢູ່​ຍີ່​ປຸ່ນ.


top