• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການທູດເສດ​ຖະ​ກິດ​ເພື່ອ​ຮັບ​ໃຊ້​ການ​ພ​ັດທະ​ນາ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ກໍ່ສະເໜີບັນດາຫົວໜ່ວຍ ແລະ ຫົວໜ້າອົງການຕາງໜ້າສືບຕໍ່ຍູ້ແຮງການຄົ້ນຄ້ວາ, ເປັນເສນາທິການ ແລະ ຄາດຄະເນຍຸດທະສາດກ່ຽວກັບເສດຖະກິດ, ຕິດຕາມການຜັນແປດ້ານເສດຖະກິດໂລກ ແລະ ພາກພື້ນຢ່າງຕິດແທດ, ຕີລາຄາກ່ຽວກັບຂໍ້ລິເລີ່ມເຊື່ອມຕໍ່ດ້ານເສດຖະກິດໃໝ່.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ກໍ່ສະເໜີບັນດາຫົວໜ່ວຍ ແລະ ຫົວໜ້າອົງການຕາງໜ້າສືບຕໍ່ຍູ້ແຮງການຄົ້ນຄ້ວາ, ເປັນເສນາທິການ ແລະ ຄາດຄະເນຍຸດທະສາດກ່ຽວກັບເສດຖະກິດ, ຕິດຕາມການຜັນແປດ້ານເສດຖະກິດໂລກ ແລະ ພາກພື້ນຢ່າງຕິດແທດ, ຕີລາຄາກ່ຽວກັບຂໍ້ລິເລີ່ມເຊື່ອມຕໍ່ດ້ານເສດຖະກິດໃໝ່.

  ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເປັນປະທານກອງປະຊຸມ   

ເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າແຕ່ລະທ່ານ ຄວນຍົກສູງຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ, ເສີມຂະຫຍາຍບັນດາບົດຮຽນປະສົບການໃນການຜັນຂະຫຍາຍການທູດເສດຖະກິດ, ປະກອບສ່ວນເພື່ອນຳປະເທດຊາດສືບຕໍ່ຮັກສາທ່າເຕີບໂຕ ແລະ ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ໄດ້ວາງອອກ. ນີ້ແມ່ນຂໍ້ສະເໜີຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ຢູ່ກອງປະຊຸມເລກປ່ຽນວຽກງານກ່ຽວກັບ “ການຍູ້ແຮງການຜັນຂະຫຍາຍວຽກງານການທູດເສດຖະກິດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ” ກັບບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ. ກອງປະຊຸມໂດຍກະຊວງການຕ່າງປະເທດ ຈັດຂຶ້ນໃນຕອນຄ່ຳວັນທີ 28 ພະຈິກ ຢູ່ຮ່າໂນ້ຍ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ກໍ່ສະເໜີບັນດາຫົວໜ່ວຍ ແລະ ຫົວໜ້າອົງການຕາງໜ້າສືບຕໍ່ຍູ້ແຮງການຄົ້ນຄ້ວາ, ເປັນເສນາທິການ ແລະ ຄາດຄະເນຍຸດທະສາດກ່ຽວກັບເສດຖະກິດ, ຕິດຕາມການຜັນແປດ້ານເສດຖະກິດໂລກ ແລະ ພາກພື້ນຢ່າງຕິດແທດ, ຕີລາຄາກ່ຽວກັບຂໍ້ລິເລີ່ມເຊື່ອມຕໍ່ດ້ານເສດຖະກິດໃໝ່, ທ່າອ່ຽງຫັນປ່ຽນລະບົບສະໜອງຢ່າງເລິກເຊິ່ງ ແລະ ຊອກຫາກາລະໂອກາດເພື່ອດຶງດູດການລົງທຶນຢ່າງທັນການ, ພິເສດແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ພະລັງງານສີຂຽວ, ການຫັນເປັນດີຈີຕອນ, ກະສິກຳໝູນໃຊ້ເຕັກໂນໂລຢີສູງ… ສືບຕໍ່ໜູນຊ່ວຍວິສາຫະກິດ, ທ້ອງຖິ່ນໃນການຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື, ກຸ່ມບໍລິສັດໃຫຍ່ຂອງຕ່າງປະເທດ ແລະ ເປີດກວ້າງຕະຫຼາດສົ່ງອອກ.

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top