• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ
  ທ່ານ ອຸ​ປະ​ທູດ ຫງວຽນ​ຫ໋າຍ​ລຶວ, ຮອງ​ຫົວ​ໜ້າ​ຄະ​ນະຜູ້​ຕາງ​ໜ້າ ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: VNA)  

ວັນ​ທີ 2 ຕຸ​ລາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນະ​ຄອນ ນິ​ວຢອກ (ອາ​ເມ​ລິ​ກາ), ຄະ​ນະ​ກຳ​ມະ​ການ​ການ​ເມືອງ​ພິ​ເສດ ແລະ ການປົດ​ປ່ອຍ​ອາ​ນາ​ນິ​ຄົມ(ຄະ​ນະ​ກຳ​ມະ​ການ ເ​ລກ 4) ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຊຸດ​ທີ 81 ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ລວມ​ບັນ​ດາ​ຫົວ​ເລືອງ 52 – 56 ກ່ຽວ​ກັບ​ການ ປົດ​ປ່ອຍ​ອາ​ນາ​ນິ​ຄົມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ອຸ​ປະ​ທູດ ຫງວຽນ​ຫ໋າຍ​ລຶວ, ຮອງ​ຫົວ​ໜ້າ​ຄະ​ນະຜູ້​ຕາງ​ໜ້າ ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຢັ້ງ​ຢືນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ສະ​ໜັບ​ສະ​ໜຼນ​ບັນ​ດາ​ເປົ້າ​ໝາຍ​ທົ່ວ​ໄປ​ຂອງ​ວິ​ວັດ​ການ ປົດ​ປ່ອຍ​ອາ​ນາ​ນິ​ຄົມ ແລະ ສິດ​ຕັດ​ສິນ​ເອງ ທີ່​ບໍ່​ສາ​ມາດ​ຖືກ​ຕັດ​ແຍກ​ອອກໄດ້​ຂອງ​ປະ​ຊາ​ຊົນ 17 ຜືນ​ແຜນ​ດິ່ນ​ທີ່​ຍັງ​ບໍ່​ມີ​ການ​ປົກ​ຄອງ​ເອງ, ສອດ​ຄ​່ອງ​ກັບ​ກົດ​ບັດ ສ​ປ​ຊ, ມະ​ຕິ​ເລກ​ທີ 1514 (XV) ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ແລະ ບັນ​ດາ​ມະ​ຕິ​ທີ່​ກ່ຽວ​ຂ້ອງ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ, ຊຸກ​ຍູ້​ວິ​ວັດ​ການ ປົດ​ປ່ອຍ​ອາ​ນາ​ນິ​ຍົມ ດ້ວຍ​ສັນ​ຕິ​ວິ​ຖີ, ການ​ໂອ້​ລົມ​ສົ​ນ​ທະ​ນາ ແລະ ການ​ຮ່ວມ​ມື.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຕັດ​ສິນ​ໃຈ​ບຸກ​ທະ​ລຸ ໃນ​ໄລ​ຍະ​ສຸດ​ທ້າຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຕັດ​ສິນ​ໃຈ​ບຸກ​ທະ​ລຸ ໃນ​ໄລ​ຍະ​ສຸດ​ທ້າຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃກ້​ຊິດ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ, ບົດ​ສະຫຼຸບ​ຂອງ​ສູນ​ກາງ ແລະ ບັນ​ດາ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ, ຈຸດ​ສຸມ​ແມ່ນ ສ້າງ​ລະ​ບອບ​ລະ​ບຽບ​ກາ​ນ​ກົດ​ໝາຍໃຫ້​ສົມ​ບູນ​ແບບ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຍັງ​ຄົງ​ຂ້າງ​ຢ່າງ​ທັນການ, ​ຖື​ນີ້​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ຮັບ​ໃຊ້​ການ​ພັດ​ທະ​ນາ.

Top