• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ຂ່າວສື່ມວນຊົນ​ຮ່ວມ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ສະ​ຫະ​ພາບ ເອີ​ລົ​ບ ​ຢ່າງ​ເປັນ​ທາງ​ການ​ຂອງ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ

ຫວຽດ​ນາມ ແລະ EU ຢັ້ງ​ຢືນ​​ຄວາມ​ສຳ​ຄັນ​ໃນ​ການ​ເພີ່​ມ​ທະ​ວີ​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເປັນຫຼາຍ​ຮູບ​ແບບ, ຊຸກ​ຍູ້​ຄວາມສະ​ຖຽນ​ລະ​ພາບ ແລະ ຄວາມວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປ​າ​ຊີ​ຟິກ
ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ແຫ່ງ ສ​ສ.ຫວຽດ​ນາມ ແລະ ທ່ານ​ António Costa ປະ​ທານ​ສະ​ພາ​ເອີ​ລົບ (ພາບ: VNA)

ວັນ​ທີ 22 ຕຸ​ລາ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ແຫ່ງ ສ​ສ.ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ສະ​ຫະ​ພາບ ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ, ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ​ António Costa ປະ​ທານ​ສະ​ພາ​ເອີ​ລົບ ແລະ ທ່ານ​ນາງ Ursula von der Leyen ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ, ຄວາມ​ໝັ້ນ​ຄົງ​​ພາກ​ພື້ນ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

ຫວຽດ​ນາມ ແລະ EU ຢັ້ງ​ຢືນ​​ຄວາມ​ສຳ​ຄັນ​ໃນ​ການ​ເພີ່​ມ​ທະ​ວີ​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເປັນຫຼາຍ​ຮູບ​ແບບ, ຊຸກ​ຍູ້​ຄວາມສະ​ຖຽນ​ລະ​ພາບ ແລະ ຄວາມວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປ​າ​ຊີ​ຟິກ, ໃນ​ນັ້ນ ​ມີ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດການ​ຮ່ວມ​ມື​ຂອງ EU ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ. ສອງຝ່າຍຊົມເຊີຍທ່າພັດທະນາອັນຕັ້ງໜ້າຂອງການພົວພັນ ຫວຽດນາມ - EU, ພິເສດແມ່ນນັບ​ແຕ່​ເວ​ລາ​ສອງ​ຝ່າຍ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້​ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ເດືອນ​ມັງ​ກອນ 2026.

ການ​ນຳ​ສອງ​ຝ່າຍ​ໄດ້​ຢັ້ງ​ຢືນຄືນໃໝ່​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ເລິກ​ເຊິ່ງກວ່າ​ອີກ, ໃນ​ນັ້ນ​ ມີ​ການ​ຊຸກ​ຍູ້​ການ​ລົງ​ທຶນ​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ ​ປະ​ຕູ​ທົ່ວ​ໂລກ (Global Gateway) ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫັນ​ປ່ຽນ​ພະ​ລັງ​ງານ​ໃຫ້​ມີ​ຍຸ​ຕິ​ທຳ (JETP).

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top