ຕ້ອງສ້າງສຳເລັດລະບອບລະບຽບການກຳນົດລາຄາທີ່ດິນໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ
ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ. (ພາບ: VNA)
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ຕອນເຊົ້າວັນທີ 22 ຕຸລາ, ບັນດາ ສສຊ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍເຮືອນຢູ່ ສະບັບປັບປຸງ ແລະ ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ສະບັບປັບປຸງ.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີຕ້ອງສ້າງສຳເລັດລະບອບລະບຽບການກຳນົດລາຄາທີ່ດິນໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ:
ເພີ່ມຫຼັກການດຸ່ນດ່ຽງຜົນປະໂຫຍດຂອງລັດ, ຜູ້ນຳໃຊ້ທີ່ດິນ, ນັກລົງທຶນ; ມີດັດຊະນີປັບປຸງເຂດມູນຄ່າຂອງທີ່ດິນຕາມມາດຖານຢ່າງຈະແຈ້ງ. ຕາຕະລາງທີ່ດິນຕ້ອງປະກາດ 5 ປີ/ເທື່ອ, ຫຼືມີໄຫວພິບກວ່າແມ່ນປະກາດໂດຍໄວກ່ຽວກັບກົນໄກປັບປຸງໃນໄລຍະ ເມື່ອເກີດການຜັນແປໃຫຍ່. ບັງຄັບໃຫ້ການກວດກາແມ່ນຕ້ອງເປັນເອກະລາດ, ເປີດເຜີຍແບບວິທີການ ແລະ ຂໍ້ມູນສົ້ນເຂົ້າ.
ສຳລັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ສະບັບປັບປຸງ, ບັນຫາທີ່ ສສຊ ຫຼາຍທ່ານໄດ້ມີຄວາມສົນໃຈແມ່ນ ຄວາມສາມາດປົກປ້ອງຜູ້ຊື້ ເມືີ່ອການເຮັດທຸລະກຳເກີດຄວາມສ່ຽງ. ທ່ານນາງ ຫງວຽນທິທູຢຸງ ຄະນະ ສສຊ ຮ່າໂນ້ຍ ສະເໜີວ່າ ຕ້ອງຄວບຄຸມກວດກາການລະດົມທຶນນັບແຕ່ເມື່ອເລີ່ມເຮັດທຸລະກຳ.
(ແຫຼ່ງຄັດຈາກ VOV)