ຫວຽດນາມ ກໍ່ພ້ອມແລ້ວທີ່ຈະສືບຕໍ່ເສີມຂະຫຍາຍມີບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການພົວພັນ ອາຊຽນ - ອີຢູໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ແທ້ຈິງກວ່າເກົ່າ.
ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບທ່ານນາງ Kaja Kallas ຮອງປະທານຄະນະກຳມະການ ເອີລົບ (ພາບ: VNA)
ໃນວັນທີ 21 ຕຸລາ, ທີ່ການພົບປະກັບທ່ານນາງ Kaja Kallas ຮອງປະທານຄະນະກຳມະການ ເອີລົບ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີລົບ (ອີຢູ) ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ຢູ່ ບຣຸກແຊນ, ແບນຊິກ, ໃນຂອບເຂດການຢ້ຽມຢາມ ເອີລົບ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ການຢ້ຽມຢາມມີຄວາມໝາຍປະຫວັດສາດ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ນັບມື້ນັບເລິກເຊິ່ງ ແລະ ບັນດາຄຳໝັ້ນສັນຍາຢ່າງແຮງຂອງທັງສອງຝ່າຍ ໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ສະຫະພາບ ເອີລົບ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຕາມທິດທີ່ແທ້ຈິງ ແລະ ມີປະສິດທິຜົນ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະສືບຕໍ່ເສີມຂະຫຍາຍມີບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການພົວພັນ ອາຊຽນ - ອີຢູໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ແທ້ຈິງກວ່າເກົ່າ.
ສ່ວນທ່ານນາງ Kaja Kallas, ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ຢືນຢັນວ່າ ອີຢູ ຖືພົວພັນກັບ ຫວຽດນາມ ເປັນສຳຄັນ, ເຊິ່ງເປັນຄູ່ຮ່ວມມືບຸລິມະສິດຂອງ ອີຢູ ຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ.
(ແຫຼ່ງຄັດຈາກ VOV)