ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍາມໃດກໍ່ມີຄວາມສະໜິດຕິດພັນກັບການພັດທະນາຂອງປະເທດຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນທີ່ການພົບປະ (ພາບ: VNA)
ໃນຂອບເຂດການຢ້ຽມຢາມສະຫະພາບ ເອີລົບ (EU) ແລະ ແບນຊິກ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ຕຸລາ, ຢູ່ ບຣຸກແຊນ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ແບນຊິກ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ເອີລົບ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍາມໃດກໍ່ມີຄວາມສະໜິດຕິດພັນກັບການພັດທະນາຂອງປະເທດຊາດ, ພ້ອມກັນນັ້ນກໍ່ເນັ້ນໜັກວ່າ ຕ້ອງເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບແຫຼ່ງກຳລັງຢູ່ພາຍໃນປະເທດກັບສາກົນເພື່ອສ້າງກຳລັງໜູນການພັດທະນາໃນໄລຍະໃໝ່.
ທ່ານນາງ ຫງວຽນເຮືອງຈ່າ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະພາບເອີລົບ ໃຫ້ຮູ້ວ່າ ປະຈຸບັນມີຊາວ ຫວຽດນາມ ປະມານ 1,5 ລ້ານຄົນຢູ່ ເອີລົບ. ປະຊາຄົມນີ້ໄດ້ເຕີບໂຕຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ນັບມື້ນັບມີສະຖຽນລະພາບ, ເຊື່ອມໂຍງເປັນຢ່າງດີ, ແລະ ມີບົດບາດ, ທີ່ຕັ້ງ, ສຽງເວົ້າທີ່ນັບມື້ນັບສູງໃນປະຊາຄົມປະເທດປະຈຳຖິ່ນ.
(ແຫຼ່ງຄັດຈາກ VOV)