ຂ່າວສານ

ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເຊື່ອມໂຍງ, ພ້ອມທັງເສີມຂະຫຍາຍສີສັນສະເພາະ ຫວຽດນາມ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍາມໃດກໍ່ມີຄວາມສະໜິດຕິດພັນກັບການພັດທະນາຂອງປະເທດຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: VNA)

ໃນຂອບເຂດການຢ້ຽມຢາມສະຫະພາບ ເອີລົບ (EU) ແລະ ແບນຊິກ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ຕຸລາ, ຢູ່ ບຣຸກແຊນ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນ​ອົງ​ການຜູ້ຕາງໜ້າ ຫວຽດນາມ ປະຈຳ ແບນຊິກ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ເອີລົບ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ປະຊາຄົມຊາວ ຫວຽດນາມ ອາ​ໄສຢູ່ຕ່າງປະເທດ​ຍາມ​ໃດ​ກໍ່ມີຄວາມສະໜິດຕິດ​ພັນກັບການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ, ​ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ໜັກ​ວ່າ ຕ້ອງ​ເສີມຂະຫຍາຍ​ກຳ​ລັງ​ແຮງ​ມະ​ຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ສົມ​ທົບ​ແຫຼ່ງ​​ກຳ​ລັງ​ຢູ່ພາຍໃນ​ປະ​ເທດ​ກັບ​ສາ​ກົນເພື່ອສ້າງກຳລັງໜູນການພັດທະນາ​ໃນ​ໄລ​ຍະ​ໃໝ່​.

ທ່ານນາງ ຫງວຽນເຮືອງຈ່າ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ຫົວໜ້າຄະນະ​ຜ​ູ້ຕາງ​ໜ້າ ຫວຽດນາມ ປະຈຳ ສະຫະພາບເອີລົບ ໃຫ້ຮູ້ວ່າ ປະຈຸບັນມີຊາວ ຫວຽດນາມ ປະມານ 1,5 ລ້ານຄົນຢູ່ ເອີລົບ. ​ປະ​ຊາ​ຄົມ​ນີ້​ໄດ້ເຕີບໂຕຢ່າງຕໍ່ເນື່ອງ, ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ມີ​ສະ​ຖຽນ​ລະ​ພາບ, ເຊື່ອມ​ໂຍງ​ເປັນ​ຢ່າງດີ​, ແລະ ມີບົດບາດ, ທີ່​ຕັ້ງ, ​ສ​ຽງ​ເວົ້າ​ທີ່​ນັບ​ມື້ນ​ັບ​ສູງ​ໃນ​ປະ​ຊາ​ຄົ​ມ​ປະ​ເທດ​ປະ​ຈຳ​ຖິ່ນ.


top