ທ່ານປະທານສະພາເອີລົບ António Costa ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ພົບປະເຈລະຈາກັບ ທ່ານ António Costa ປະທານສະພາເອີລົບ (ພາບ: VNA)
ໃນຂອບເຂດການຢ້ຽມຢາມສະຫະພາບເອີລົບ (EU) ຢ່າງເປັນທາງການ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ António Costa ປະທານສະພາເອີລົບ.
ທ່ານປະທານສະພາເອີລົບ António Costa ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ທ່ານສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ບັນດາໝາກຜົນການຮ່ວມມືອັນດີງາມເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ສອງຝ່າຍ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນ ຫວຽດນາມ ກຳນົດ EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າ, ມີຜົນປະໂຫຍດ ແລະ ມີຄວາມສາມາດບົ່ມຊ້ອມຫຼາຍຢ່າງໃນການຮ່ວມມືໄລຍະຍາວ; ປາດຖະໜາຢາກຫັນປ່ຽນບັນດາຄຳໝັ້ນສັນຍາໃຫ້ກາຍເປັນໝາກຜົນລະອຽດ, ເປັນບັນດາໂຄງການຮ່ວມມືທີ່ແທ້ຈິງເພື່ອຮັບໃຊ້ການພັດທະນາ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ.
ໃນຂອບເຂດການຢ້ຽມຢາມສະຫະພາບ ເອີລົບ ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ຕອນບ່າຍວັນທີ 22 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ທ່າກຳປັ່ນ Antwerp - Bruges.
(ແຫຼ່ງຄັດຈາກ VOV)