ຫວຽດນາມ ສະໜັບສະໜູນວິທີການເຂົ້າເຖິງຕາມແຕ່ລະກໍລະນີລະອຽດ, ອາດສາມາດເວົ້າເຖິງສະພາບການປະຫວັດສາດ, ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງແຕ່ລະຜືນແຜ່ນດິນກໍ່ຄືຜົນປະໂຫຍດ ແລະ ຄວາມຫວັງຂອງປະຊາຊົນ
ທ່ານ ອຸປະທູດ ຫງວຽນຫ໋າຍລຶວ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VNA)
ວັນທີ 2 ຕຸລາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ຄະນະກຳມະການການເມືອງພິເສດ ແລະ ການປົດປ່ອຍອານານິຄົມ(ຄະນະກຳມະການ ເລກ 4) ຂອງສະພາຄວາມໝັ້ນຄົງ ສປຊ ຊຸດທີ 81 ໄດ້ດຳເນີນການປຶກສາຫາລືລວມບັນດາຫົວເລືອງ 52 – 56 ກ່ຽວກັບການ ປົດປ່ອຍອານານິຄົມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ອຸປະທູດ ຫງວຽນຫ໋າຍລຶວ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜຼນບັນດາເປົ້າໝາຍທົ່ວໄປຂອງວິວັດການ ປົດປ່ອຍອານານິຄົມ ແລະ ສິດຕັດສິນເອງ ທີ່ບໍ່ສາມາດຖືກຕັດແຍກອອກໄດ້ຂອງປະຊາຊົນ 17 ຜືນແຜນດິ່ນທີ່ຍັງບໍ່ມີການປົກຄອງເອງ, ສອດຄ່ອງກັບກົດບັດ ສປຊ, ມະຕິເລກທີ 1514 (XV) ຂອງສະມັດຊາໃຫຍ່ ສປຊ ແລະ ບັນດາມະຕິທີ່ກ່ຽວຂ້ອງ. ຫວຽດນາມ ສະໜັບສະໜູນວິທີການເຂົ້າເຖິງຕາມແຕ່ລະກໍລະນີລະອຽດ, ອາດສາມາດເວົ້າເຖິງສະພາບການປະຫວັດສາດ, ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງແຕ່ລະຜືນແຜ່ນດິນກໍ່ຄືຜົນປະໂຫຍດ ແລະ ຄວາມຫວັງຂອງປະຊາຊົນ, ຊຸກຍູ້ວິວັດການ ປົດປ່ອຍອານານິຍົມ ດ້ວຍສັນຕິວິຖີ, ການໂອ້ລົມສົນທະນາ ແລະ ການຮ່ວມມື.