ຕອນເຊົ້າວັນທີ 6 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການທ່ານ Dato' Seri Mohamed Khaled bin Nordin, ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ພ້ອມດ້ວຍຄະນະ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 5-6 ສິງຫາ, ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍດຳເນີນກອງປະຊຸມພົບປະ.
ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານ ພົນເອກ ຟານວັນຢາງ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາຢາກພ້ອມກັບ ມາເລເຊຍ ຮັກສາການແລກປ່ຽນ, ທາບທາມຄຳເຫັນເປັນປະຈຳ; ເພີ່ມທະວີການຮ່ວມມືທີ່ແທດຈິງລະຫວ່າງບັນດາກຳລັງປະຕິດບັດກົດໝາຍໃນທະເລ, ຊຸກຍູ້ຫຼັກໝັ້ນຂອງ ອາຊຽນ ແມ່ນແກ້ໄຂທຸກຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ທ່ານກໍ່ປາດຖະໜາວ່າສອງກະຊວງປ້ອງກັນປເທດະຈະສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳສອງປະເທດຢ່າງມີປະສິດທິຜົນ ຊື່ງໄດ້ຫັນເປັນລະອຽດໃນໂຄງການກະທຳ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ.






