ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດ ຫວຽດ​ນາມ-ມາ​ເລ​ເຊຍ

ທ່ານ ພົນ​ເອກ ຟານ​ວັນ​ຢາງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ປາດ​ຖະ​ໜາຢາກພ້ອມ​ກັບ ມາ​ເລ​ເຊຍ ຮັກ​ສາ​ການ​ແລກ​ປ່ຽນ, ທາບ​ທາມ​ຄຳ​ເຫັນ​ເປັນ​ປະ​ຈຳ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ແທດ​ຈິງ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ປະ​ຕິດ​ບັດ​ກົດ​ໝາຍ​ໃນ​ທະ​ເລ,
  ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Dato' Seri Mohamed Khaled bin Nordin ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ (ພາບ: VNP)  

ຕອນ​ເຊ​ົ້າ​ວັນ​ທີ 6 ສິງ​ຫາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ​ທ່ານ Dato' Seri Mohamed Khaled bin Nordin, ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ພ້ອມ​ດ້ວຍ​ຄະ​ນະ ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5-6 ສິງ​ຫາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ສອງ​ຝ່າຍ​ດຳ​ເນີນ​ກອງ​ປະ​ຊຸມ​ພົບ​ປະ.

ນະ​ທີ່ນີ້, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ, ພາກ​ພື້ນ ແລະ ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ບັ​ນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ປາດ​ຖະ​ໜາຢາກພ້ອມ​ກັບ ມາ​ເລ​ເຊຍ ຮັກ​ສາ​ການ​ແລກ​ປ່ຽນ, ທາບ​ທາມ​ຄຳ​ເຫັນ​ເປັນ​ປະ​ຈຳ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ແທດ​ຈິງ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ປະ​ຕິດ​ບັດ​ກົດ​ໝາຍ​ໃນ​ທະ​ເລ, ຊຸກ​ຍູ້ຫຼັກ​ໝັ້ນ​ຂອງ ອາ​ຊຽນ ແມ່ນ​ແກ້​ໄຂ​ທຸກ​ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ທ່ານກໍ່​ປາດ​ຖະ​ໜາ​ວ່າ​ສອງກະ​ຊວງ​ປ້ອງ​ກັນ​ປ​ເທດະ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ສອງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຊື່ງ​ໄ​ດ້​ຫັນ​ເປັນ​ລະ​ອຽດ​ໃນ​ໂຄງ​ການ​ກະ​ທຳ ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ມາ​ເລ​ເຊຍ.


top