• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ລາວ ​ແມ່ນ​ໜຶ່ງ​ໃນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ຄຳລຽນ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ. ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ຄຳລຽນ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ. ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

   

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງຕ້ອນຮັບທ່ານພົນຕີ ຄຳລຽນ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງ ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ທ່ານຢືນຢັນວ່າ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບ ລາວ; ສືບຕໍ່ ເພີ່ມທະວີ ແລະ ປັບປຸງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວໃຫ້ແໜ້ນແຟ້ນ. ທ່ານນາຍົກລັດຖະມົນຕີຫວຽດນາມໃຫ້ຮູ້ວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດ ຂອງຕົນດ້ວຍຄວາມຕັດສິນໃຈສູງສຸດ ເພື່ອພ້ອມກັບ ລາວ ຊຸກຍູ້ການຮ່ວມມືລະຫ່ວາງສອງປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດເໝາະສະພາບກັບຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນມີຂົງເຂດການຮ່ວມມືດ້ານປ້ອງກັນປະເທດ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ກອງທັບຂອງ 2 ປະເທດ ຈະປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ໃນນັ້ນ ມີການເພີ່ມທະວີການແລກປ່ຽນປະສົບການໃນການກໍ່ສ້າງກຳລັງປະກອບອາວຸດ ແລະ ກໍ່ສ້າງພັກໃນກອງທັບຂອງແຕ່ລະປະເທດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນກອງທັບ; ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ; ສົມທົບກັບລາດຕະເວນຊາຍແດນ ສົມທົບກັນແກ້ກັນໄຂບັນດາບັນຫາພາກພື້ນ ແລະ ສາກົນ...

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top