• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ກໍາປູເຈຍ ໃຫ້ດີກວ່າອີກ

      ກໍາປູເຈຍ ມີການພັດທະນາຄືທຸກວັນນີ້ ແມ່ນບໍ່ອາດຂາດການຮ່ວມແຮງຮ່ວມໃຈ ແລະ ການໜູນຊ່ວຍຂອງຫວຽດນາມ. 
            ຢູ່ນອກກອງປະຊຸມປະຈໍາປີ ເວທີປາໄສ ລັດຖະສະພາ ອາຊີ -ປາຊີຟິກ ຄັ້ງທີ 27 (APPF 27), ວັນທີ 15 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Hun Sen.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີ
ລາຊະອານາຈັກ ກໍາປູເຈຍ Samdech Hun Sen (ພາບ:TTXVN)
      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງອັນສະຫຼາດສ່ອງໃສຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມສີ  ແລະການຊີ້ນໍາ, ນໍາພາຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານ ປະເທດ ກໍາປູເຈຍ ຈະສືບຕໍ່ຮັກສາທ່າພັດທະນາ ແລະ ຄວາມສະຖຽນລະພາບ, ປະຊາຊົນກໍາປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງຫຼາຍກວ່າອີກໃນພາລະກິດແຫ່ງການສ້າງສາປະເທດຊາດພັດທະນາຢ່າງຈະເລີນຮຸ່ງເຮືອງ ແລະ ມີຖານະບົດບາດນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະ ໃນໂລກ.
        ສ່ວນທ່ານນາຍົກລັດຖະມົນຕີ ກໍາປູເຈຍ Samdech Hun Sen ຢັ້ງຢືນວ່າ ກໍາປູເຈຍ ມີການພັດທະນາຄືທຸກວັນນີ້ ແມ່ນບໍ່ອາດຂາດການຮ່ວມແຮງຮ່ວມໃຈ ແລະ ການໜູນຊ່ວຍຂອງຫວຽດນາມ. ໄລຍະຈະມາເຖິງ, ທ່ານ Samdech Hun Sen ຖືວ່າສອງປະເທດ ຄວນສືບຕໍ່ເພີ່ມທະວີການການຮ່ວມມືເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ - ກໍາປູເຈຍ ໃຫ້ນັບມື້ນັບພັດທະນາດີກວ່າອີກ. ທ່ານໃຫ້ຮູ້ວ່າ ເນື່ອງໃນໂອກາດນີ້,  ທ່ານຈະເປັນປະທານພິທີສະເໜີຕົວ ສະພາວັດທະນະທໍາ ອາຊີ (ACC) ຢ່າງເປັນທາງການ ໂດຍທ່ານເປັນປະທານສ້າງຕັ້ງຂຶ້ນ.
 (ແຫຼ່ງຄັດຈາກ VOV)
 

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top