• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນມີປະຕິກິລິຍາຢ່າງຮຸນແຮງກ່ຽວກັບບັນຊີລາຍຊື່ບັນດາຜະລິດຕະພັນຈະຖືກອາເມລິກາຈັດວາງພາສີເພີ່ມເຕີມ

      ວັນທີ 03 ເມສາ, ຈີນ ໄດ້ກ່າວປະນາມຢ່າງຮຸນແຮງກ່ຽວກັບເລື່ອງ ອາເມລິກາ ປະກາດບັນຊີລາຍຊື່ບັນດາຜະລິດຕະພັນນຳເຂົ້າຈາກຈີນ ເຊິ່ງຈະຖືກຈັດວາງອັດຕາພາສີເພີມເຕີ່ມ, ພ້ອມທັງກ່າວເຕືອນວ່າ ປັກກິງ ພ້ອມແລ້ວທີ່ຈະມີບັນດາມາດຕະການໂຕ້ຕອບ.

(ພາບປະກອບ: THX/TTXVN)
      ຄຳກ່າວເຕືອນດັ່ງກ່າວໂດຍກະຊວງການຄ້າຈີນ ຍົກອອກມາ ໃນຈຸດເວລາທີ່ອາເມລິກາ ແລະ ຈີນ ນັບມື້ນັບມີສັນຍານຊີ້ໃຫ້ເຫັນວ່າ ພວມຕົກເຂົ້າສູ່ສົງຄາມທາງດ້ານການຄ້າ. ຂໍ້ຕົກລົງຂອງຫ້ອງການຕາງໜ້າການຄ້າອາເມລິກາ (USTR) ປະກາດບັນຊີລາຍຊື່ບັນດາຜະລິດຕະພັນຂອງຈີນ ຈະຖືກຈັດວາງອັດຕາພາສີເພີ່ມເຕີມ ຖືກດຳເນີນພາຍຫຼັງທີ່ຈີນ ປະກາດຢຸດຕິການໃຫ້ບຸລິມະສິດສຳລັບ 128 ຜະລິດຕະພັນຂອງອາເມລິກາ ພຽງໜຶ່ງວັນ, ແທນທີ່ດ້ວຍການຈັດວາງອັດຕາພາສີ 15% - 25% ສຳລັບບັນດາປະເພດສິນຄ້າດັ່ງກ່າວ, ໃນນັ້ນລວມມີຊີ້ນໝູ ແລະ ໝາກໄມ້. ບັນດາຂະແໜງອຸດສາຫະກຳຂອງຈີນ ຖືກຈັດວາງພາສີລວມມີ: ການບິນອາວະກາດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ຫຸ່ນຍົນ, ເຄື່ອງຈັກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top