ຂ່າວສານ ຈີນ, ອາຊຽນເຫັນດີເປັນເອກະພາບຮ່ວມມື, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ 16/03/2023 ວັນທີ 14 ມີນາ, ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບປະຕິບັດບັນດາໂຄງການຮ່ວມມືໃນການເດີນເຮືອຢ່າງແທດຈິງ ແລະ ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN) ຖະແຫຼງການດັ່ງກ່າວ ໂດຍທ່ານ ງວາງງວັນປິນ ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 38 ຂອງກຸມປະຕິບັດວຽກງານຮ່ວມ ອາຊຽນ - ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ໄດ້ດຳເນີນຢູ່ ປະເທດ ອິນໂດເນເຊຍ, ນັບແຕ່ວັນທີ 8 – 10 ມີນາທີ່ຜ່ານມາ. ໃນກອງປະຊຸມ, ຈີນ ແລະ ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາທັດສະນະໃນການປະຕິບັດ DOC ກໍ່ຄືການຮ່ວມມືໃນການເດີນເຮືອ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄື: ຄົ້ນຄ້ວາວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຫາ, ກູ້ໄພກູ້ຊີບຢູ່ທະເລ, ຍູ້ແຮງການໂອ້ລົມສົນທະນາ ແລະ ຕິດຕໍ່ພົວພັນ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. (ແຫຼ່ງຄັດຈາກ VOV)

ວັນທີ 14 ມີນາ, ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບປະຕິບັດບັນດາໂຄງການຮ່ວມມືໃນການເດີນເຮືອຢ່າງແທດຈິງ ແລະ ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN) ຖະແຫຼງການດັ່ງກ່າວ ໂດຍທ່ານ ງວາງງວັນປິນ ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 38 ຂອງກຸມປະຕິບັດວຽກງານຮ່ວມ ອາຊຽນ - ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ໄດ້ດຳເນີນຢູ່ ປະເທດ ອິນໂດເນເຊຍ, ນັບແຕ່ວັນທີ 8 – 10 ມີນາທີ່ຜ່ານມາ. ໃນກອງປະຊຸມ, ຈີນ ແລະ ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາທັດສະນະໃນການປະຕິບັດ DOC ກໍ່ຄືການຮ່ວມມືໃນການເດີນເຮືອ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄື: ຄົ້ນຄ້ວາວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຫາ, ກູ້ໄພກູ້ຊີບຢູ່ທະເລ, ຍູ້ແຮງການໂອ້ລົມສົນທະນາ ແລະ ຕິດຕໍ່ພົວພັນ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
ບັນດາບົດຕໍ່ໄປ ນຳ ໝູ່ກາງຈາຍ ກາຍເປັນສະຖານທີ່ທ່ອງທ່ຽວພົ້ນເດັ່ນຢູ່ທາງທິດຕາເວັນຕົກພາກເໜືອຂອງ ຫວຽດນາມ05/01/2026ຂ່າວສານFestival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ. ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເນຊູເອລາ05/01/2026ຂ່າວສານປີ 2026, ຄາດວ່າ ຫວຽດນາມ ສົ່ງແຮງງານປະມານ 112.000 ຄົນໄປເຮັດວຽກຢູ່ຕ່າງປະເທດ05/01/2026ຂ່າວສານລະດັບຄວາມໄວໃນການຫຼຸດຜ່ອນຄວາມທຸກຍາກແມ່ນໜຶ່ງໃນບັນດາຂີດໝາຍພົ້ນເດັ່ນຂອງ ຫວຽດນາມ ໃນໄລຍະ 2021 – 202505/01/2026ຂ່າວສານການທ່ອງທ່ຽວ ຮ່າໂນ້ຍ ບຸກທະລຸຢ່າງແຮງຍາມຕົ້ນປີ 2026: ບັນລຸລາຍຮັບກວ່າ 2.000 ຕື້ດົ່ງໃນໂອກາດບຸນປີໃໝ່ສາກົນ05/01/2026ຂ່າວສານຮອງປະທານາທິບໍດີ ເວເນຊູເອລາ Delcy Rodriguez ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີຊົ່ວຄາວ05/01/2026ຂ່າວສານໄທລົງປະຊາມະຕິກ່ຽວກັບລັດຖະທຳມະນູນໃນວັນເລືອກຕັ້ງທົ່ວປະເທດ04/01/2026ຂ່າວສານ ອ່ານເພີ່ມ