ຂ່າວສານ

ຈີນ, ອາ​ຊຽນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ວັນທີ 14 ມີນາ, ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບປະຕິບັດບັນດາໂຄງການຮ່ວມມືໃນການເດີນເຮືອຢ່າງແທດຈິງ ແລະ ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
  ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN)  
ຖະແຫຼງການດັ່ງກ່າວ ໂດຍທ່ານ ງວາງງວັນປິນ ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 38 ຂອງກຸມປະຕິບັດວຽກງານຮ່ວມ ອາຊຽນ - ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ໄດ້ດຳເນີນຢູ່ ປະເທດ ອິນໂດເນເຊຍ, ນັບແຕ່ວັນທີ 8 – 10 ມີນາທີ່ຜ່ານມາ. ໃນກອງປະຊຸມ, ຈີນ ແລະ ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາທັດສະນະໃນການປະຕິບັດ DOC ກໍ່ຄືການຮ່ວມມືໃນການເດີນເຮືອ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄື: ຄົ້ນຄ້ວາວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຫາ, ກູ້ໄພກູ້ຊີບຢູ່ທະເລ, ຍູ້ແຮງການໂອ້ລົມສົນທະນາ ແລະ ຕິດຕໍ່ພົວພັນ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

top