• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ສະເຫຼີມສະຫຼອງວັນຊາດຄົບຮອບ 68 ປີ

      ວັນທີ 01 ຕຸລາ, ຈີນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຄົບຮອບ 68 ປີ. ນັບແຕ່ຮຸ່ງເຊົ້າ, ໄດ້ມີ 115.000 ກ່ວາຄົນເຕົ້າໂຮມຢູ່ສະໜາມຫລວງ ທຽນອານເໝີນ, ນະຄອນຫລວງ ປັກກິ່ງ

ພິທີຊັກທຸງຊາດຂຶ້ນຍອດເສົາ (ພາບ: THX/TTXVN)
      ເພື່ອເຂົ້າຮ່ວມພິທີຊັກທຸງຊາດຂຶ້ນຍອດເສົາ, ໃນຂະນະນັ້ນ ນົກກາງແກ 10.000 ໂຕໄດ້ຖືກປ່ອຍບິນສູ່ທ້ອງຟ້າ. ໃນບົດກ່າວປາໄສຢູ່ ຫໍສະພາປະຊາຊົນກ່ອນທີ່ຈະຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ, ທ່ານນາຍົກລັດຖະມົນຕີ ຈີນ ລີເຄີສຽງ ເນັ້ນໜັກວ່າ ຈີນ ຈະເປີດປະຕູຫລາຍກ່ວາອີກ ເພື່ອສ້າງສາ ແລະ ແບ່ງປັນບັນດາໂອກາດພັດທະນາກັບບັນດາປະເທດອື່ນໆ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top