• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະສື່ມວນຊົນລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ

      ຕອນເຊົ້າວັນທີ 18 ຕຸລາ, ຄະນະສື່ມວນຊົນ ລາວ ໂດຍທ່ານ ທອງວັນ ບຸນບົວທອງ, ຮອງຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດ ລາວ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ໄດ້ແນະນຳວິວັດການສ້າງຕັ້ງ ແລະ ພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເນັ້ນໜັກວ່າ ໃນໄລຍະຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ມີການພົວພັນແບບພິເສດກັບວິທະຍຸກະຈາຍສຽງແຫ່ງຊາດ ລາວ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໜູນຊ່ວຍໃຫ້ວິທະຍຸກະຈາຍສຽງແຫ່ງຊາດ ລາວ ກ່ຽວກັບພື້ນຖານວັດຖຸເຕັກນິກ, ບຳລຸງສ້າງນັກເຕັກນິກ, ນັກຂ່າວ, ບັນນາທິການ.
        2 ຝ່າຍກໍ່ຢືນຢັນວ່າ ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ມມາີແຕ່ດົນນານແລ້ວ ແລະ ສື່ມວນຊົນໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບນັ້ນ ນັບມື້ນັບເກີດດອກອອກຜົນ. ສ່ວນທ່ານ ທອງວັນ ບຸນບົວທອງ, ຮອງຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດ ລາວ ກໍ່ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກວິທະຍຸກະຈາຍສຽງ ຫວຽດນາມ ທັງດ້ານເນື້ອໃນ ແລະ ເຕັກນິກ ເພື່ອໝູນໃຊ້ເຂົ້າໃນວຽກງານປ່ຽນແປງໃໝ່ການສື່ສານຂອງ ລາວ.
        ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນເນື້ອໃນຫລາຍຢ່າງທີ່ກ່ຽວຂ້ອງເຖິງການປ່ຽນແປງໃໝ່ສື່ມວນຊົນໃນຍຸກສະໄໝໃໝ່ກໍ່ຄືບັນດາບັນຫາດ້ານເຕັກນິກ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top