• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳລັດຖະບານຈັດກອງປະຊຸມກະກຽມໃຫ້ກອງປະຊຸມທົ່ວປະເທດລະຫວ່າງລັດຖະບານກັບວິສາຫະກິດ

      ພ້ອມກັບບັນດາບ້ວງທຶນໜູນຊ່ວຍປີການເງິນ, ເງິນຕາເຊິ່ງລັດຖະບານພວມຜັນຂະຫຍາຍນັ້ນ, ຄວນຈັດຕັ້ງກອງປະຊຸມດັ່ງກ່າວ ເພື່ອຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ.

(ພາບປະກອບ: thoibaotaichinh.vn)
      ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອກະກຽມກອງປະຊຸມທົ່ວປະເທດລະຫວ່າງລັດຖະບານກັບບັນດາວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ລັດຖະບານໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂສຳຄັນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກໍ່ຄືຜັນຂະຫຍາຍບັນດາມາດຕະການກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນຊີວິດສັງຄົມ, ຮັບປະກັບຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ.
ໃນສະພາບການໂລກລະບາດທີ່ສັບສົນຄືໃນປະຈຸບັນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ພ້ອມກັບບັນດາບ້ວງທຶນໜູນຊ່ວຍປີການເງິນ, ເງິນຕາເຊິ່ງລັດຖະບານພວມຜັນຂະຫຍາຍນັ້ນ, ຄວນຈັດຕັ້ງກອງປະຊຸມດັ່ງກ່າວ ເພື່ອຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ. ຜ່ານນັ້ນ, ຍົກອອກບັນດາລັດຖະນະໂຍບາຍໃໝ່, ໃກ້ຊິດ ແລະ ນຳເຂົ້າສູ່ຕົວຈິງໂດຍໄວ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top