• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ​ບໍ​ລິ​ສັດ HP (ອາ​ເມ​ລິ​ກາ) ຈະ​ລົງ​ທຶນ​ຢູ່ ຫວຽດ​ນາມ ຫຼາຍ​ກ່​ວາ

ວັນທີ 20 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Antoine Colin, ຮອງປະທານຂັ້ນສູງ, ຮັບຜິດຊອບທົ່ວໂລກກ່ຽວກັບການຫັນເປັນດີຈີຕອນ ແລະ ລະບົບສະໜອງຂອງກຸ່ມບໍລິສັດ HP (ອາເມລິກາ).
(ທີ່ການຕ້ອນຮັບ)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ໃນນັ້ນ ມີການປະຕິຮູບລະບອບລະບຽບການ, ເພື່ອໃຫ້ບັນດານັກລົງທຶນຕ່າງເທດເວົ້າລວມ, ໃນນັ້ນມີ ອາເມລິກາ ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ, ຮັບປະກັນການເຄົາລົບກົດໝາຍ. ທ່ານສະເໜີໃຫ້ບໍລິສັດ HP ເປີດກ້ວາງການລົງທຶນ ແລະ ຊຸກຍູ້ບັນດາວິສາຫະກິດ, ຄູ່ຄ້າອື່ນ ລົງທຶນຢູ່ ຫວຽດນາມ.

  ສ່ວນທ່ານ Antoine Colin ເຊື່ອໝັ້ນວ່າ ຫວຽດນາມ ແລະ ອາເມລິກາ ຈະຊອກຫາມາດຕະການທີ່ດີດ້ານພາສີອາກອນໃຫ້ແກ່ທັງສອງຝ່າຍ ແລະ HP ສະໜັບສະໜູນ ຫວຽດນາມ ໃນວິວັດການເຈລະຈາ. ທ່ານໃຫ້ຮູ້ວ່າ HP ຍັງມີຍຸດທະສາດສ້າງລະບົບຊີວະພາບ, ລະບົບສະໜອງຢູ່ ຫວຽດນາມ ແລະ ພາກພື້ນ ແລະ ຢັ້ງຢືນວ່າ HP ຈະລົງທຶນຫຼາຍກ່ວາຢູ່ ຫວຽດນາມ ດ້ວຍລະດັບໄວກ່ວາ, ຊຸກຍູ້ການແລກປ່ຽນ, ຖ່າຍທອດເຕັກໂນໂລຊີ, ນະວັດຕະກຳກ່ວາອີກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top