• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ສົ່ງສານ ຂຶ້ນສານຍຸຕິທຳສາກົນ ເພື່ອຊອກຫາມາດຕະການແກ້ໄຂການຂັດແຍ້ງຢູ່ເຂດ ຊາຍແດນ ຕິດກັບໄທ

ສານການທູດຂອງລັດຖະບານ ກຳປູເຈຍ ສະເຫນີ ສານຍຸຕິທຳສາກົນ ພິຈາລະນາການຂັດແຍ້ງຢູ່ 4 ເຂດຢູ່ຊາຍແດນລວມລະຫວ່າງ ກຳປູເຈຍ ແລະ ໄທ
ທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ກຳປູເຈຍ. (ພາບ: PV/VOV- Phnom Penh)

ຕອນເຊົ້າວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ສົ່ງສານການທູດຢ່າງເປັນທາງການຂຶ້ນ ສານຍຸຕິທຳສານກົນ(ICJ) ເພື່ອຢາກໃຫ້ອົງການນີ້ຊ່ວຍຊອກມາດຕະການແກ້ໄຂບັນຫາຊາຍແດນກັບ ໄທ.

ລະອຽດ ສານການທູດຂອງລັດຖະບານ ກຳປູເຈຍ ສະເຫນີ ສານຍຸຕິທຳສາກົນ ພິຈາລະນາການຂັດແຍ້ງຢູ່ 4 ເຂດຢູ່ຊາຍແດນລວມລະຫວ່າງ ກຳປູເຈຍ ແລະ ໄທ ລວມມີ Ta Moan Thom, Ta Moan Tauch, Ta Krabei ແລະ ເຂດສາມຫລ່ຽມ Chong Bok/Mom Bei –  ຊື່ງແມ່ນບ່ອນເກີດການປະທະກັນຫວ່າງແລ້ວນີ້ ໃນວັນທີ 28 ພຶດສະພາລະຫວ່າງກອງທັບສອງປະເທດ.

  ແຈ້ງການຂອງທ່ານນາຍົກລັດຖະມົນຕີ Hun Manet ກໍ່ເຕື້ອງເຖິງເລື່ອງ ວັນທີ 15 ມິຖຸນາ ປີນີ້ ແມ່ນຂີດໝາຍຄົບຮອບ 63 ປີ ນັບແຕ່ເມື່ອວັນສານຍຸຕິທຳສາກົນ ອອກຄຳຕັດສິນໃນວັນທີ 15 ມິຖຸນາປີ 1962 ຢັ້ງຢືນອະທິປະໄຕຂອງ ກຳປູເຈຍ ສຳລັບພະວິຫານ Preah Vihear. ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນຫນັກວ່າ ພາຍຫລັງ 63 ປີ, ຈິດໃຈ ແລະ ແຜນນະໂຍບາຍຂອງ ກຳປູເຈຍ ຍັງສືບຕໍ່ແມ່ນແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ: ຈາກ​ທ່າ​ຮັບ ຫັນ​ມາ​ເປັນ​ສ້າງ​ສາ, ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ: ຈາກ​ທ່າ​ຮັບ ຫັນ​ມາ​ເປັນ​ສ້າງ​ສາ, ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

ເພື່ອໃຫ້ກົງຈັກຂອງບັນດາແຂວງ, ນະຄອນ ພາຍຫຼັງໂຮມເຂົ້າກັນໄດ້ເຄື່ອນໄຫວຢ່າງລຸລ່ວງນັບແຕ່ວັນທີ 1 ກໍລະກົດ, ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມທົ່ວປະເທດ ຝຶກອົບຮົມກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງຂັ້ນຕາແສງ (ກອງປະຊຸມ). ທ່ານນາຍົກລັດຖະມົນຕີ ເນັ້ນໜັກເປັນພິເສດວ່າ: ສິ່ງສຳຄັນທີ່ສຸດໃນການປະຕິວັດກ່ຽວກັບກົງຈັກການຈັດຕັ້ງແມ່ນການຫັນປ່ຽນສະພາບການມາເປັນການສ້າງສາ, ເປັນເຈົ້າການຮັບໃຊ້, ແກ້ໄຂບັນດາວຽກງານ.

Top