ສານການທູດຂອງລັດຖະບານ ກຳປູເຈຍ ສະເຫນີ ສານຍຸຕິທຳສາກົນ ພິຈາລະນາການຂັດແຍ້ງຢູ່ 4 ເຂດຢູ່ຊາຍແດນລວມລະຫວ່າງ ກຳປູເຈຍ ແລະ ໄທ
ທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ກຳປູເຈຍ. (ພາບ: PV/VOV- Phnom Penh)
ຕອນເຊົ້າວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ສົ່ງສານການທູດຢ່າງເປັນທາງການຂຶ້ນ ສານຍຸຕິທຳສານກົນ(ICJ) ເພື່ອຢາກໃຫ້ອົງການນີ້ຊ່ວຍຊອກມາດຕະການແກ້ໄຂບັນຫາຊາຍແດນກັບ ໄທ.
ລະອຽດ ສານການທູດຂອງລັດຖະບານ ກຳປູເຈຍ ສະເຫນີ ສານຍຸຕິທຳສາກົນ ພິຈາລະນາການຂັດແຍ້ງຢູ່ 4 ເຂດຢູ່ຊາຍແດນລວມລະຫວ່າງ ກຳປູເຈຍ ແລະ ໄທ ລວມມີ Ta Moan Thom, Ta Moan Tauch, Ta Krabei ແລະ ເຂດສາມຫລ່ຽມ Chong Bok/Mom Bei – ຊື່ງແມ່ນບ່ອນເກີດການປະທະກັນຫວ່າງແລ້ວນີ້ ໃນວັນທີ 28 ພຶດສະພາລະຫວ່າງກອງທັບສອງປະເທດ.
ແຈ້ງການຂອງທ່ານນາຍົກລັດຖະມົນຕີ Hun Manet ກໍ່ເຕື້ອງເຖິງເລື່ອງ ວັນທີ 15 ມິຖຸນາ ປີນີ້ ແມ່ນຂີດໝາຍຄົບຮອບ 63 ປີ ນັບແຕ່ເມື່ອວັນສານຍຸຕິທຳສາກົນ ອອກຄຳຕັດສິນໃນວັນທີ 15 ມິຖຸນາປີ 1962 ຢັ້ງຢືນອະທິປະໄຕຂອງ ກຳປູເຈຍ ສຳລັບພະວິຫານ Preah Vihear. ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນຫນັກວ່າ ພາຍຫລັງ 63 ປີ, ຈິດໃຈ ແລະ ແຜນນະໂຍບາຍຂອງ ກຳປູເຈຍ ຍັງສືບຕໍ່ແມ່ນແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.