ຂ່າວສານ
ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນແມ່ນເສົາຄ້ຳຫຼັກເຊື່ອມຕໍ່ ຫວຽດນາມ - ຍີ່ປຸ່ນ
ຕອນເຊົ້າວັນທີ 9 ພະຈິກ, ທີ່ການຕ້ອນຮັບ ແລະ ໂອ້ລົມກັບບັນດາການນຳ, ຜູ້ຕາງໜ້າຂັ້ນສູງຂອງບັນດາກຸ່ມບໍລິສັດໃຫຍ່ຂອງຍີ່ປຸ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນແມ່ນກຳລັງຜັກດັນຢ່າງແຮງທີ່ສຸດ, ແມ່ນເສົ້າຄຳເພື່ອເຊື່ອມຕໍ່ຫວຽດນາມ ແລະ ຍີ່ປຸ່ນ. ຫວຽດນາມພວມຕັ້ງໜ້າ ຊຸກຍູ້ເພື່ອໃຫ້ການພົວພັນຮ່ວມມືນີ້ມີຄວາມດູ່ນດ່ຽງກວ່າ ໃນຊຸມປີຈະມາເຖິງ, ໃນນັ້ນ, ບັນດາສະມາຊິກຂອງ ສະຫະພັນບັນດາອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (Keidanren) ແມ່ນແກ່ນສານຫຼັກ.
ເນັ້ນໜັກເຖິງຄຳຮຽກຮ້ອງຕ້ອງຍົກສູງຄຸນນະພາບໃນການຮ່ວມມື, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຖືວ່າສອງຝ່າຍຕ້ອງຫັນການພົວພັນຈາກການຮ່ວມມືແບບເກົາບົນພື້ນຖານມອບຮັບ - ຖ່າຍທອດ ໄປຍັງການຮ່ວມມືພ້ອມກັນສ້າງສັນ, ມີຄວາມສະໜິດຕິດພັນຢ່າງເລິກເຊິ່ງກ່ຽວກັບລະບູບມູນຄ່າ ແລະ ລະບົບສະໜອງ”. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີບັນດາວິສາຫະກິດ Keidanren ຕ້ອງສັງເກດ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ, ພ້ອມກັນປະດິດຄິດສ້າງພັດທະນາຜະລິດຕະພັນ, ທົດລອງຮູບແບບໃໝ່, ພ້ອມກັນພັດທະນາບັນດາເຕັກໂນໂລຢີຍຸດທະສາດ, ສ້າງລະບົບນິເວດອຸດສາຫະກຳເຕັກໂນໂລຢີສູງ, ຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ສ້າງບັນດາສູນຂໍ້ມູນຂະໜາດໃຫຍ່ ແລະ ພັດທະນາ ບັນດາມາດຕະການປັນຍາປະດິດ.
ສຳລັບຝ່າຍຍີ່ປຸ່ນ, ຜູ້ຕາງໜ້າບັນດາກຸ່ມບໍລິສັດຢັ້ງຢືນຈະຮ່ວມເດີນທາງ, ປະກອບສ່ວນເຂົ້າການເຕີບໂຕແບບຍືນຍົງ ແລະ ວັດທະນາຖາວອນຂອງ ຫວຽດນາມ ຜ່ານການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຄື: ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄວາມສາມາດດ້ານເຕັກນິກ, ມີລະດັບວີຊາການສູງ, ຖ່າຍທອດເຕັກໂນໂລຢີ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຕົວເມືອງ, ບັນດາເຂດອຸດສາຫະກຳ, ພັດທະນາພະລັງງານ, ການຫັນເປັນດີຈີຕອນ…






