ຂ່າວສານ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 9 ພະ​ຈິກ, ທີ​່​ການຕ້ອນ​ຮັບ ແລະ ໂອ້​ລົມ​ກັບ​ບັນ​ດາ​ການ​ນຳ, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ຍີ່​ປຸ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຢັ້ງ​ຢືນ​ວ່າ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ກຳ​ລັງ​ຜັກ​ດັນ​ຢ່າງ​ແຮງ​ທີ່​ສຸດ, ແມ່ນ​ເສົ້າ​ຄຳ​ເພື່ອ​ເຊື່ອມ​ຕໍ່​ຫວຽດ​ນາມ ແລະ ຍີ່​ປຸ່ນ. ຫວຽດນາມ​ພວມ​ຕັ້ງ​ໜ້າ ຊຸກ​ຍູ້​ເພື່ອ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ນີ້​ມີ​ຄວາມ​ດູ່ນ​ດ່ຽງ​ກວ່າ ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ໃນ​ນັ້ນ, ບັນ​ດາ​ສະ​ມາ​ຊິກ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ ຍີ່​ປຸ່ນ (Keidanren) ແມ່ນ​ແກ່ນ​ສານຫຼັກ.

ເນັ້​ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ຮ່ວມ​ມື, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິ​ມ​ຖື​ວ່າ​ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ Keidanren ຕ້ອງ​ສັງ​ເກດ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຍາວ​ນານ, ພ້ອມ​ກັນ​ປະ​ດິດ​ຄິດ​ສ້າງ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ, ທົດ​ລອງ​ຮູບ​ແບບ​ໃໝ່, ພ້ອມ​ກັນ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ສ້າງ​ລະ​ບົບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ, ສ້າງ​ບັນ​ດາ​ສູນ​ຂໍ້​ມູນ​ຂະ​ໜາດ​ໃຫຍ່ ແລະ ພັດ​ທະ​ນາ ບັນ​ດາ​ມາດ​ຕະ​ການ​ປັນ​ຍາ​ປະ​ດິດ.

ສຳ​ລັບ​ຝ່າຍ​ຍີ່​ປຸ່ນ, ຜູ້​ຕາງ​ໜ້າ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຢັ້ງ​ຢືນ​ຈະ​ຮ່ວມ​ເດີນ​ທາງ, ປະ​ກອບ​ສ່ວນ​ເຂົ້າ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ຜ່ານ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ນິກ, ມີ​ລະ​ດັບ​ວີ​ຊາ​ການ​ສູງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຕົວ​ເມືອງ, ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ພັດ​ທະ​ນາ​ພະ​ລັງ​ງານ, ການ​ຫັນ​ເປັນ​ດີ​ຈີ​ຕອນ…


top