ຂ່າວສານ
ການນຳບັນດາພັກການເມືອງ, ບັນດາປະເທດສົ່ງຈົດໝາຍ, ສານ ອວຍພອນເນື່ອງໃນໂອກາດ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ
ໃນຈົດໝາຍອວຍພອນ, ທ່ານ Dmitry Medvedev, ປະທານພັກປະເທດລັດເຊຍ ເອກະພາບ ໄດ້ຢັ້ງຢືນວ່າ “ພັກກອມມູນິດ ຫວຽດນາມ ແມ່ນກອງການເມືອງນຳໜ້າຂອງຊາດຫວຽດນາມ, ໂດຍທ່ານປະທານໂຮ່ຈີມິນ ນັກເຄືອນໄຫວດີເລີດຂອງຂະບວນການປົດປ່ອຍຊາດສ້າງຕັ້ງ, ໄດ້ສວມບົດບາດຫຼັກແຫຼ່ງໃນການຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ”.
ໃນຈົດໝາຍອວຍພອນຂອງທ່ານ Sergei Syrankov ເລຂາທີໜຶ່ງພັກກອມມູນິດ ເບລາຣຸດ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວາ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະເທດ ຫວຽດນາມບັນລຸໄດ້ຜົນສຳເລັດທີ່ຍິ່ງໃຫຍ່ຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ, ຮັບປະກັນສະຫວັດດີການຂອງປະຊາຊົນ ແລະ ປັບປຸງບົດບາດທີ່ຕັ້ງໜ້າບົນເວທີສາກົນ. ອິດທິພົນຊື່ສຽງດ້ານການເມືອງຂອງພັກກອມມູນິດ ຫວຽດນາມຢູ່ພາຍໃນ ແລະ ຕ່າງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງການວັດທະນາຖາວອນຂອງປະເທດ ຫວຽດນາມ.
ໃນຂະນະນັ້ນ,ທ່ານນາງ Elizabeth Rowley ການນຳພັກກອມມູນິດ ການາດາທ່ານ ຢັ້ງຢືນວ່າ “ເສັ້ນທາງເຊິ່ງປະເທດຊາດຫວຽດນາມເລືອກເອົາ ແລະ ຕໍ່ສູ້ເພື່ອປົກປ້ອງ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແມ່ນເສັ້ນທາງຂອງການປົດປ່ອຍຊາດ, ເສັ້ນທາງ ມູ່ງໄປເຖິງພື້ນຖານເອກະລາດ, ອະທິປະໄຕ, ມຸ່ງໄປເຖິງສັງຄົມນິຍົມ, ມຸ່ງໄປເຖິງສັນຕິພາບ ແລະ ຍຸຕິທຳ.”