ຂ່າວສານ

ການ​ນຳ​ບັນ​ດາ​ພັກ​ການ​ເມືອງ, ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍ, ສານ ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ 95 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930-03/02/2025), ການນຳບັນດາພັກການເມືອງ, ບັນດາປະເທດສືບຕໍ່ສົ່ງຈົດໝາຍ, ສານ ອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ.
ພາບປະກອບ: TTXVN

ໃນຈົດໝາຍອວຍພອນ, ທ່ານ Dmitry Medvedev, ປະທານພັກປະເທດລັດເຊຍ ເອກະພາບ ໄດ້ຢັ້ງຢືນວ່າ “ພັກກອມມູນິດ ຫວຽດນາມ ແມ່ນກອງການເມືອງນຳໜ້າຂອງຊາດຫວຽດນາມ, ໂດຍທ່ານປະທານໂຮ່ຈີມິນ ນັກເຄືອນໄຫວດີເລີດຂອງຂະບວນການປົດປ່ອຍຊາດສ້າງຕັ້ງ, ໄດ້ສວມບົດບາດຫຼັກແຫຼ່ງໃນການຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ”.

ໃນຈົດໝາຍອວຍພອນຂອງທ່ານ Sergei Syrankov ເລຂາທີໜຶ່ງພັກກອມມູນິດ ເບລາຣຸດ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວາ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະເທດ ຫວຽດນາມບັນລຸໄດ້ຜົນສຳເລັດທີ່ຍິ່ງໃຫຍ່ຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ, ຮັບປະກັນສະຫວັດດີການຂອງປະຊາຊົນ ແລະ ປັບປຸງບົດບາດທີ່ຕັ້ງໜ້າບົນເວທີສາກົນ. ອິດທິພົນຊື່ສຽງດ້ານການເມືອງຂອງພັກກອມມູນິດ ຫວຽດນາມຢູ່ພາຍໃນ ແລະ ຕ່າງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງການວັດທະນາຖາວອນຂອງປະເທດ ຫວຽດນາມ.

ໃນຂະນະນັ້ນ,ທ່ານນາງ Elizabeth Rowley ການນຳພັກກອມມູນິດ ການາດາທ່ານ ຢັ້ງຢືນວ່າ “ເສັ້ນທາງເຊິ່ງປະເທດຊາດຫວຽດນາມເລືອກເອົາ ແລະ ຕໍ່ສູ້ເພື່ອປົກປ້ອງ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແມ່ນເສັ້ນທາງຂອງການປົດປ່ອຍຊາດ, ເສັ້ນທາງ ມູ່ງໄປເຖິງພື້ນຖານເອກະລາດ, ອະທິປະໄຕ, ມຸ່ງໄປເຖິງສັງຄົມນິຍົມ, ມຸ່ງໄປເຖິງສັນຕິພາບ ແລະ ຍຸຕິທຳ.”


top