ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການເພື່ອຕີລາຄາສະພາບການໃນໄລຍະບຸນເຕັດ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມພາຍຫຼັງບຸນເຕັດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 3 ກຸມພາ,ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການເພື່ອຕີລາຄາສະພາບການໃນໄລຍະບຸນເຕັດ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມພາຍຫຼັງບຸນເຕັດ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາການກະກຽມຈັດຕັ້ງ, ຕ້ອນຮັບບຸນເຕັດປີມະເສັງ 2025 ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກຕາມການຊີ້ນຳຂອງຄະນະເລຂາທິການ ແລະ ລັດຖະບານ, ຜ່ານນັ້ນສ້າງບັນຍາກາດຢ່າງຟົດຟື້ນ ແລະ ສ້າງທ່ວງທ່າໃຫ້ແກ່ທົ່ວປະເທດສູ້ຊົນປະຕິບັດສຳເລັດຫຼາຍໜ້າທີ່ສຳຄັນໃນປີນີ້. ທ່ານເນັ້ນໜັກວ່າ ພາຍຫຼັງບຸນເຕັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງສຸມໃສ່ປະຕິບັດ 13 ໝວດໜ້າທີ່ຫຼັກແຫຼ່ງ ແລະ 67 ໜ້າທີ່ລະອຽດຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)