ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ບັນດາກຳລັງຕ້ອງເພີ່ມທະວີການພົວພັນແລກປ່ຽນກັບບັນດາກຳລັງທີ່ມີໜ້າທີ່ຂອງ ຈີນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນໃຫ້ຫຼາຍກວ່າ.
(ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການໄປປະຕິບັດງານຢູ່ແຂວງ ລ້າງເຊີນ)
ຕອນຄ່ຳວັນທີ 02 ກຸມພາ (ກົງກັບວັນທີ 05 ບຸນເຕັດ), ໃນຂອງເຂດການໄປປະຕິບັດງານຢູ່ແຂວງ ລ້າງເຊີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ລະດົມກຳລັງໃຈກຳລັງທະຫານຊາຍແດນ ແລະ ບັນດາກຳລັງທີ່ມີໜ້າທີ່ພວມປະຕິບັດງານຢູ່ດ່ານຊາຍແດນ ເຕິນແທັງ, ແຂວງ ລ້າງເຊີນ.
ເມື່ອເນັ້ນໜັກເຖິງຄວາມຮຽກຮ້ອງສືບຕໍ່ມານະພະຍາຍາມສ້າງດ່ານຊາຍແດນອັດສະລິຍະ, ເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາກັບ ຈີນ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ບັນດາກຳລັງຕ້ອງເພີ່ມທະວີການພົວພັນແລກປ່ຽນກັບບັນດາກຳລັງທີ່ມີໜ້າທີ່ຂອງ ຈີນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນໃຫ້ຫຼາຍກວ່າ, ເຊື່ອມຕໍ່ເສດຖະກິດໃຫ້ຫຼາຍກວ່າ, ສິນຄ້າຜ່ານແດນຫຼາຍກວ່າໃນປີນີ້, ປີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (1950 -2025). ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາກຳລັງທີ່ມີໜ້າທີ່ ຕັ້ງໜ້າເຂົ້າຮ່ວມຂະບວນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)