• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕັດ​ສິນ​ໃຈ​ມອບ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ພາ​ລະ​ໜ້າ​ທີ່​ຂອງ​ບາງອົງ​ການຈັດ​ຕັ້ງພັກຂັ້ນ​ສູນ​ກາງ

ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ໂຕເລິມ ເປັນປະທານກອງປະຊຸມປະກາດບັນດາຂໍ້ຕົກລົງຂອງກົມການເມືອງກ່ຽວກັບພາລະໜ້າທີ່ຂອງບາງອົງການຈັດຕັ້ງພັກ ຂັ້ນສູນກາງ.
ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບກັບບັນດາຜູ້ແທນ

ຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຂໍ້ຕົກລົງຂອງກົມການເມືອງກ່ຽວກັບການສ້າງຕັ້ງ, ແຕ່ງຕັ້ງບຸກຄະລາກອນຂອງ 4 ອົງຄະນະພັກຂຶ້ນກັບສູນກາງລວມມີ: ອົງຄະນະພັກບັນດາອົງການຈັດຕັ້ງພັກຂັ້ນສູນກາງ, ຄະນະພັກລັດຖະບານ, ຄະນະພັກສະພາແຫ່ງຊາດ ແລະ ຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນຂັ້ນສູນກາງ, ພ້ອມທັງປະກາດພາລະໜ້າທີ່, ສິດອຳນາດ, ການຈັດຕັ້ງ, ກົງຈັກການພົວພັນປະຕິບັດງານຂອງ 3 ອົງການຈັດຕັ້ງພັກຂັ້ນສູນກາງ.

ທ່ານເລຂາທິການໃຫຍ່ ໂຕເລິມໄດ້ຕີລາຄາວ່າ ມາຮອດປັດຈຸບັນການຈັດຕັ້ງການສັບຊ້ອນກົງຈັກບັນດາອົງການຈັດຕັ້ງພັກ, ຕຸລາການ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃຫ້ກະທັດລັດ ໄດ້ປະຕິບັດສຳເລັດໂດຍພື້ນຖານ, ທ່ານເນັ້ນໜັກວ່ານີ້ແມ່ນປະຖົມປັດໄຈອັນໝັ້ນແກ່ນເພື່ອປະຕິບັດການສັບຊ້ອນກົງຈັກລະບົບການເມືອງໃນໄລຍະຈະມາເຖິງຢ່າງມີໄຊ, ຮັບປະກັນການປະຕິບັດໂຄງການທີ່ໄດ້ວາງອອກໃຫ້ຖືກຕ້ອງຕາມຄວາມຄືບໜ້າ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ:

ສະເໜີອົງຄະນະພັກສະພາແຫ່ງຊາດ, ອົງຄະນະພັກລັດຖະບານສົມທົບກັບຄະນະຈັດຕັ້ງສູນກາງພັກຢ່າງແໜ້ນແຟ້ນເພື່ອຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບເປັນເສນາທິການໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ້, ສະພາແຫ່ງຊາດຢ່າງຮີບດ່ວນເພື່ອປະຕິບັດສຳເລັດລະບອບລະບຽບການ, ພ້ອມທັງປະຕິບັດ ການສັບຊ້ອນກົງຈັກຂອງບັນດາອົງການຂອງລັດຖະບານ, ສະພາແຫ່ງຊາດໃຫ້ກະທັດລັດຢ່າງສຳເລັດ.

(ແຫຼ່ງຄັດຈາກ VOV)

ວັນທີ 03 ກຸມພາ ຄົບຮອບ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ວັນທີ 03 ກຸມພາ ຄົບຮອບ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່.

Top